ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເຂົ້າຮ່ວມກອງປະຊຸມຄະນະພັກການທະຫານສູນກາງ

(VOVWORLD) - ວັນທີ 15 ທັນວາ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການທະຫານ, ການປ້ອງກັນຊາດປີ 2017 ແລະ ກຳນົດທິດທາງ, ໜ້າທີ່ປີ 2018.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເຂົ້າຮ່ວມກອງປະຊຸມຄະນະພັກການທະຫານສູນກາງ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເຂົ້າຮ່ວມກອງປະຊຸມຄະນະພັກການທະຫານສູນກາງ

(ພາບ: TTXVN)

ທ່ານເລຂາທິການໃຫຍ່ຄະນະບໍລິຫານງນສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງໄດ້ເປັນປະທານກອງປະຊຸມ.

        ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກເຖິງບັນດາວຽກງານຈຸດສຸມຂອງທົ່ວກອງທັບໃນປີ 2018. ກ່ອນອື່ນໝົດແມ່ນຕ້ອງກຳແໜ້ນສະພາບການຕິດຕາມກວດກາຢ່າງໃກ້ຊິດ ເພື່ອແນໃສ່ເປັນເສນາທິການໃຫ້ພັກ ແລະ ລັດຢ່າງຖືກຕ້ອງ ແລະ ຊັດເຈັນ, ເດັດດ່ຽວບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກສະຖານະການ. ກອງທັບຕ້ອງເພີ່ມທະວີການສົມທົບກັນກັບບັນດາອົງການທີ່ກ່ຽວຂ້ອງ, ພ້ອມທັງເສີມຂະຫຍາຍບົດບາດເປັນເຈົ້າການ, ມີວິທີການຢ່າງທັນການ, ຖືກທິດ; ສືບຕໍ່ຍົກສູງຄຸນນະພາບການເຝິກແອບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ທ່ານເລຂາທິການໃຫຍ່ຍັງໃສ່ໃຈກວ່າອີກເຖິງອຸດສາຫະກຳປ້ອງກັນຊາດ; ເພີ່ມທະວີວຽກງານພົວພັນຕ່າງປະເທດປ້ອງກັນຊາດ, ຕາມລວງເລິກ, ມີຈຸດສຸມ, ເປັນລະບົບ, ມີແຜນການ…

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກ, ຄະນະພັກການທະຫານຕ້ອງເອົາໃຈໃສ່ເບິ່ງແຍງເຖິງວຽກງານກໍ່ສ້າງພັກເປັນປະຈຳ,  ເອົາໃຈໃສ່ທີ່ສຸດເຖິງການຕໍ່ສູ້ບົນແນວຮົບແນວຄິດ, ປົກປ້ອງສິ່ງທີ່ດີ, ຖືກຕ້ອງ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຫວັງວ່າອົງຄະນະພັກກອງທັບສືບຕໍ່ເສີມຂະຫຍາຍນຳ້ໃຈສາມັກຄີ, ເປັນຈິດໜຶ່ງໃຈດຽວ, ຕັດສິນໃຈປະຕິບັດສຳເລັດໜ້າທີ່ການທະຫານ, ການປ້ອງກັນຊາດ, ວຽກງານກໍ່ສ້າງພັກ, ກໍ່ສ້າງກຳລັງໃນປີ 2018, ສ້າງທ່າໝັ້ນຄົງເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກກອງທັບ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ