(vovworld) - ຕອນບ່າຍວັນທີ 15/04, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກເພື່ອຄວາມກ້າວໜ້າ ແລະ ສັງຄົມນິຍົມມາຣົກ (PPS) ໂດຍທ່ານເລຂາທິການໃຫຍ່ PPS Mohamed Nabil Benabdallah, ລັດຖະມົນຕີກະຊວງເຮືອນຢູ່ ແລະ ນະໂຍບາຍເຂດຕົວເມືອງແຫ່ງລາຊະອານາຈັກມາຣົກ, ນຳໜ້າທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງປະຊາຊົນ ແລະ ຄວາມມານະພະຍາຍາມຂອງບັນດາພັກການເມືອງຢູ່ມາຣົກ, ໃນນັ້ນມີພັກ PPS, ລັດຖະບານມາຣົກ ສືບຕໍ່ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ປະກອບສ່ວນຍົກສູງທີ່ຕັ້ງຂອງມາຣົກ ຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະນາຢາກເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດອາຟລິກາ, ໃນນັ້ນມີລາຊະອານາຈັກມາຣົກ ກວ່າອີກ; ສະແດງຄວາມຫວັງວ່າ 2 ປະເທດຈະສືບຕໍ່ເປີດກວ້າງການຮ່ວມມື ແລະ ມີບັນດານະໂຍບາຍ, ກົນໄກ ແລະ ພື້ນຖານດ້ານກົດໝາຍທີ່ເໝາະສົມ ເພື່ອສ້າງເງື່ອນໄຂສະດວກ, ສົ່ງເສີມວິສາຫະກິດ 2 ປະເທດເພີ່ມທະວີການຮ່ວມມືໃນທຸກຂົງເຂດຄື: ເສດຖະກິດ, ການລົງທຶນ, ການຄ້າ... ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.