ທ່ານເລຂາທິການໃຫຍ່ AL ແລະ ທູດພິເສດລວມ ປຶກສາຫາລືກ່ຽວກັບວິກິດການຢູ່ຊີຣີ

ທ່ານເລຂາທິການໃຫຍ່ AL ແລະ ທູດພິເສດລວມ ປຶກສາຫາລືກ່ຽວກັບວິກິດການຢູ່ຊີຣີ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 10/02, ສຳນັກ​ຂ່າວສານ MENA ​ໃຫ້​ຂ່າວ​ວ່າ, ຢູ່​ນະຄອນຫຼວງ​ກາຍ​ໂຣ, ປະ​ເທດ​ອີ​ຢີບ, ທ່ານ​ເລຂາທິການ​ໃຫຍ່​ສະຫະພັນ​ອາຣັບ (AL)  Nabil al Arabi ​ໄດ້​ມີ​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ AL, ທ່ານ Lakhdar Brahimi, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບາດກ້າວ​ໃໝ່​ສຸດ​ຂອງ​ວິ​ກິດ​ການ​ຢູ່​ຊີຣີ ​ແລະ ຄຳ​ຮຽກຮ້ອງ​ເຈລະຈາ​​ວ່າງ​ມໍ່ໆ​ມາ​ນີ້​ຂອງ​ສຳພັນ​ທະ​ມິດ​ຝ່າຍ​ຄ້ານ. ທ່ານ Brahimi ​ໄດ້​ແຈ້ງ​ໃຫ້​ທ່ານ Arabi ຊາບໝາກຜົນ​​ໂກຍ​ຫຍໍ້ຂອງ​ການ​ຢ້ຽມຢາມ​ບາງ​ປະ​ເທດ​ອາຣັບ ​ແລະ ຕ່າງປະ​ເທດ ​ເພື່ອ​ຊຸກຍູ້​ມາດ​ຕະການ​ແກ້​ໄຂ​​ວິ​ກິດ​ການ​ຢູ່​ຊີຣີ ກໍ​ຄື​ຢຸດຕິ​ສະພາບ​ການນອງເລືອດ​ໃນ​ປະຈຸ​ບັນ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ Brahimi ​ໄດ້​ມີ​ການ​ພົບ​ປະ​ກັບ​ຫົວໜ້າພວກ​ພັດ​ຖິ່ນຂອງ​ສຳພັນ​ທະ​ມິດ​ຊົນ​ຊາດ​ຊີຣີ ຝ່າຍ​ຄ້ານ, ທ່ານ Moaz al Khatib ​ແລະ ທ່ານ​ຮອງ​ປະທານ​ສຳພັນ​ທະ​ມິດ​ຊົນ​ຊາດ Riad Seif, ກະຕຸກ​ຊຸກຍູ້​ທ່ານ Khatib ສືບ​ຕໍ່​ຊອກ​ຫາ​ການ​ເຈລະຈາ​ກັບ​ອຳນາດ​ການ​ປົກຄອງ Damascus. ​ໃນ​ຖະ​ແຫຼງການ​ໜື່ງທີ່​ແວບ​ໄຊ Facebook, ທ່ານ Khatib ​ໃຫ້​ຮູ້​ວ່າ, ທ່ານ​ກຽມພ້ອມ​ເຈລະຈາ​ກັບ​ບັນດາ​ຜູ້​ຕ່າງ​ໜ້າ​ຂອງ​ທ່ານ​ປະທາ​ນາ​ທິບໍດີ Bashar al Assad ຢູ່​ບັນດາ​​ເຂດ ​ໂດຍ​ກຳລັງ​ຄັດ​ຂ້ານລັດຖະບານ​ຄວບ​ຄຸມ​ຢູ່​ທາງ​ທິດ​ເໜືອ​ຊີຣີ.
ຂ່າວ/ບົດ​ອື່ນ