ທ່ານເລຂາທິການໃຫຍ່ Nguyen Phu Trong ເຮັດວຽກກັບກະຊວງສຶກສາ ແລະ ບຳງລຸງສ້າງ

ທ່ານເລຂາທິການໃຫຍ່ Nguyen Phu Trong ເຮັດວຽກກັບກະຊວງສຶກສາ ແລະ ບຳງລຸງສ້າງ - ảnh 1
ທ່ານ​ເລຂາທິຫານ​ໃຫຍ່​ຫວຽດນາມ Nguyen Phu Trong
ເຮັດ​ວຽກ​ກັບ​ກະຊວງ​ສຶກສາ ​ແລະ ບຳງລຸງ​ສ້າງ
( ພາບ: chinhphu.vn )

(vovworld) -     ຕອນ​ເຊົ້າ​ວັນ​ທີ 17/8, ຢູ່​ທີ່​ຮ່າ​ໂນ້ຍ, ທ່ານ​ເລຂາທິຫານ​ໃຫຍ່​ຫວຽດນາມ Nguyen Phu Trong ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ສຶກສາ ​ແລະ ບຳງລຸງ​ສ້າງ ​ເພື່ອ​ກວດກາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ທົ່ວປະ​ເທດຄັ້ງ​ທີ 11 ຂອງ​ພັກ ​ແລະ ກະກຽມ​ເນື້ອ​ໃນ​ໃຫ້​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6 ຊຸດ​ທີ 11. ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິການ​ໃຫຍ່ Nguyen Phu Trong ​ໄດ້​ຢືນຢັນ​ຄວາມ​ໝາຍ ​ແລະ ຄວາມ​ສຳ​ຄັນ​ຂອງ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ທີ່​ມີ​ຕໍ່​ພາລະກິດ​ພັດທະນາ​ປະ​ເທດ​ຊາດ, ປະກອບສ່ວນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ບຳລຸງ​ສ້າງ​ຜູ້ທີ່​ມີ​ຄວາມ​ເກ່ັງ​ກ້າສາມາດ. ການ​ສຶກສາ ​ແລະ ບຳລຸງ​ສ້າງ​ແມ່ນ​ໜຶ່ງ​ໃນ​ຫຼາຍຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ມີ​ການ​ກະທົບ​ເຖິງ​ທົ່ວ​ສັງຄົມ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ວາງ​ອອກ​ບາງ​ບັນຫາ​ເຊິ່ງຂະ​ແໜງ​ສຶກສາ​ຕ້ອງ​ປະຕິບັດ.

        “ປະຈຸ​ບັນ​ຢູ່​ຫວຽດນາມ ​ໄດ້​ມີ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ສຶກສາ​ແລ້ວ​ບໍ່, ທິດ​ສະ​ດີ​ກ່ຽວ​ກັບ​ວິທະຍາສາດ​ສຶກສາ​ຢູ່​ຫວຽດນາມ ​ໃນ​ໄລຍະ​ປ່ຽນ​ໃໝ່, ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ແລ້ວ​ບໍ່ ຕ້ອງ​ຮັບ​​ເອົາ​ອັນ​ໃດ, ຮັບ​ເອົາ​ບົນ​ພື້ນຖານ​ໃດ. ຂໍ​ຖາມ​ວ່າ ປະຈຸ​ບັນພວກ​ເຮົາ​ໄດ້​​ເຮັດ​ວຽກ​ງານວິທະຍາສາດ​ທິດ​ສະ​ດີກ່ຽວ​ກັບການ​ສຶກສາ​ຢູ່ຫວຽດນາມ ​ ຄື​ແນວ​ໃດ, ຂ້າພະ​ເຈົ້າ​ຂໍ້​​ເຈາະ​ຈິ້ມອອກ​ບັນຫາ​ຍຸດ​ທະ​ສາດ​ໜຶ່ງ​ແມ່ນ​ຄື​ແນວ​ນັ້ນ”.

ຂ່າວ/ບົດ​ອື່ນ