ນັກທຸລະກິດຫວຽດນາມ ລອດເຂົ້າບັນຊີລາຍຊື່ 10 ຄົນໃນງານປະກວດ Elevator Pitch Hong Kong 2018

(VOVWORLD) -ວັນທີ 26 ຕຸລາ, ຢູ່ຮອງກົງ ປະເທດຈີນ, ໄດ້ດຳເນີນງານປະກວດຜູ້ເລີ່ມທຸລະກິດສາກົນ Elevator Pitch Hong Kong 2018. ທ່ານ ເຈີນແທງຮວນ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳຮອງກົງ ໄດ້ມາລະດົມກຳລັງໃຈແກ່ນັກທຸລະກິດຫວຽດນາມ 3 ຄົນທີ່ເຂົ້າຮ່ວມງານປະກວດ
ນັກທຸລະກິດຫວຽດນາມ ລອດເຂົ້າບັນຊີລາຍຊື່ 10 ຄົນໃນງານປະກວດ Elevator Pitch Hong Kong 2018  - ảnh 1 ນັກທຸລະກິດ ຝ້າມຮຸ່ງຟອງ

ນັກທຸລະກິດ ຝ້າມຮຸ່ງຟອງ, ຫົວໜ້າວິສາຫະກິດເຄື່ອນໄຫວໃນຂົງເຂດຊອບແວຄຸ້ມຄອງອາພາດເມັນທີ່ມີສຳນັກງານຕັ້ງຢູ່ນະຄອນໂຮ່ຈິມິນ ໄດ້ລອດເຂົ້າບັນຊີລາຍຊື່ 10 ຄົນໃນງານປະກວດ.

    ທີ່ງານປະກວດຄັ້ງນີ້, ຜູ້ເລີ່ມທຸລະກິດ 100 ຄົນທີ່ມາຈາກທຸກແຫ່ງໃນໂລກ ໄດ້ລອດເຂົ້າຮອບຊິງຊະນະເລີດ, ສະແດງແນວຄວາມຄິດຂອງເຂົາເຈົ້າກັບບັນດານັກລົງທຶນ ແລະ ບັນດາຜູ້ຊ່ຽວຊານໃນແຕ່ລະຂົງເຂດ. ງານປະກວດຜູ້ເລີ່ມທຸລະກິດສາກົນ Elevator Pitch Hong Kong ແມ່ນເຫດການປະຈຳປີໂດຍກຸ່ມບໍລິສັດ HKSTP ເປັນຜູ້ຈັດຕັ້ງ ແລະ ສະຫງວນໃຫ້ແກ່ ຜູ້ເລີ່ມທຸລະກິດຫຼາຍຄົນທີ່ມາຈາກຫຼາຍປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ