ບັນດາແຜນທີ່ຫວຽດນາມ ຍາດໄດ້ຄວາມສົນໃຈ
ຂອງເພື່ອນມິດເຢຍລະມັນ ແລະ ສາກົນ
(ພາບ: Vietnam+)
(vovworld) – ທີ່ງານຕະຫຼາດນັດສາກົນປີ 2015, ຊຶ່ງພວມດຳເນີນຢູ່ Berlin, ປະເທດສາທາລະນະລັດສະຫະພັນເຍລະມັນ, ໃນລະຫວ່າງວັນທີ 04 – 08/03 (ITB 2015), ບັນດາແຜນທີ່ຫວຽດນາມ ຍາດໄດ້ຄວາມສົນໃຈຂອງເພື່ອນມິດເຢຍລະມັນ ແລະ ສາກົນທີ່ເຂົ້າຮ່ວມງານຕະຫຼາດນັດເປັນຈຳນວນຫຼວງຫຼາຍ. ໃນຮ້ານວາງສະແດງຂອງຫວຽດນາມ ທີ່ງານຕະຫຼາດນັດ ITB 2015, ຫວຽດນາມ ໄດ້ວາງສະແດງແຜນທີ່ທີ່ມີຮູບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ໃນນັ້ນສະແດງໃຫ້ເຫັນແຈ້ງອະທິປະໄຕຂອງ 2 ໝູ່ເກາະນີ້ຂຶ້ນກັບຫວຽດນາມ. ນອກຈາກນັ້ນ, ຍັງມີບັນດາຂໍ້ມູນຊີ້ແຈ້ງຫຼັກຖານດ້ານກົດໝາຍຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະດັ່ງກ່າວ, ກໍ່ຄືການກະທຳຂອງຈີນ ທີ່ລະເມີດອະທິປະໄຕກົດໝາຍຂອງສາກົນ ແລະ ຂໍ້ມາດຕາທີ 5 ໃນຖະແຫຼງການຮ່ວມກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ເມື່ອປະເທດນີ້ ພວມກໍ່ສ້າງຢ່າງຜິດກົດໝາຍຢູ່ບັນດາເກາະທີ່ຂຶ້ນກັບໝູ່ເກາະຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ, ທຳລາຍສະພາບເດີມຢູ່ທະເລຕາເວັນອອກ. ເລື່ອງຈີນພວມກໍ່ສ້າງເປີດກວ້າງບາງເກາະຂຶ້ນກັບໝູ່ເກາະຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ ດຶງດູດໄດ້ຄວາມສົນໃຈຈາກຫາງສຽງເຢຍລະມັນ. ໃນຈຳນວນນັກຮຽນຮູ້ເຢຍລະມັນ, ມີສາດສະດາຈານ, ດ.ຣ Howard Loewen ສັງກັດສະຖາບັນຄົ້ນຄວ້າສັນຕິພາບ Humburg, ທ່ານ Howard Loewen ໃຫ້ຮູ້ວ່າ, ເລື່ອງຈີນສຳໃຊ້ຍຸດທະວິທີ “ກໍ່ສ້າງເກາະ” ແມ່ນເພື່ອແນໃສ່ເປີດກວ້າງ ແລະ ປັບປຸງສິດອຳນາດຢູ່ບັນດາເກາະ ພວມຢຶດຄອງຢູ່ທະເລຕາເວັນອອກ ແມ່ນການກະທຳລະເມີດກົດໝາຍສາກົນ, ຂະນະທີ່ໄດ້ທຳລາຍສະພາບເດີມຢູ່ບັນດາເກາະ ແລະ ແມ່ນການຜັນແປ່ທີ່ອັນຕະລາຍ ຍ້ອນອາດຈະເຮັດໃຫ້ຂາດຄວາມສະຫງົບປອດໄພ, ສະຖຽນລະພາບຂອງພາກພື້ນ.