ພວກນ້ອງນັກຮຽນຊອກຮູ້ກ່ຽວກັບໝູ່ເກາະຮ່ວາງຊາ ແລະ
ເຈື່ອງຊາ
ພາບ:vov
|
(vovworld)- ຄະນະກຳມະການປະຊາຊົນນະຄອນ ດາຫນັງ ຫາກໍມີເອກະສານເຫັນດີມອບໃຫ້ພະແນກສຶກສາ ແລະ ບຳລຸງສ້າງນະຄອນ ພິມຈຳຫນ່າຍປື້ມປະຫວັດສາດດາຫນັງ 2 ເຫລັ້ມ. ທ່ານ ຫງວຽນມີງຮຸ່ງ, ຮອງຫົວຫນ້າພະແນກສຶກສາ ແລະ ບຳລຸງສ້າງນະຄອນ ດາຫນັງ, ຫົວຫນ່ວຍຮັບຜິດຊອບການຮຽບຮຽງປື້ມ 2 ເຫລັ້ມດັ່ງກ່າວ ໃຫ້ຮູ້ວ່າ: ເນື້ອໃນປື້ມ 2 ຫົວດັ່ງກ່າວ ລວມມີ: ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນານະຄອນ ດາຫນັງ ຜ່ານບັນດາໄລຍະ, ພິເສດ ມີສ່ວນຫນຶ່ງກ່ຽວກັບໝູ່ເກາະຮ່ວາງຊາ ເມືອງເກາະທີ່ຂຶ້ນກັບນະຄອນ ດາຫນັງ.
“ປະຈຸບັນ, ພວກຂ້າພະເຈົ້າພວມໃນຂັ້ນຕອນສຸດທ້າຍເພື່ອພິມຈຳຫນ່າຍປື້ມປະຫວັດສາດດັ່ງກ່າວ. ນີ້ແມ່ນປື້ມຕຳລາຊຸດຫນຶ່ງຄ້າຍຄືປື້ມໂດຍໂຮງພິມຈຳຫນ່າຍສຶກສາຫວຽດນາມ ທີ່ໄດ້ພິມຈຳຫນ່າຍ ແລະ ພວກນ້ອງນັກຮຽນຊື້ເພື່ອຮຽນຄືດັ່ງເອກະສານຫນຶ່ງ. ພວກຂ້າພະເຈົ້າຫວັງວ່າ ທ້າຍເດືອນ 3 ຫລືຕົ້ນເດືອນ 4/2015 ນີ້ ຈະຜັນຂະຫຍາຍການສິດສອນປະຫວັດສາດໝູ່ເກາະຮ່ວາງຊາ.”
ໄລຍະຕົ້ນ ພະແນກສຶກສາ ແລະ ບຳລຸງສ້າງນະຄອນ ດາຫນັງຈະ ພິມຈຳຫນ່າຍ 100.000 ຫົວ.