ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ແຂວງ​ບິ່ງ​ດິ້ງ​ ເຊື່ອມ​ຕໍ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

(VOVWORLD) -ການເຊື່ອມຕໍ່ນີ້ ເພື່ອແນໃສ່ບັນລຸໄດ້ບັນດາມາດຖານພັດທະນາການທ່ອງທ່ຽວ, ພ້ອມທັງປະຕິບັດ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງຟື້ນຟູ, ພັດທະນາເສດຖະກິດ, ສັງຄົມ. 
ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ແຂວງ​ບິ່ງ​ດິ້ງ​ ເຊື່ອມ​ຕໍ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ - ảnh 1ບັນດາການນຳຢູ່ກອງປະຊຸມລົງນາມໂຄງການຮ່ວມມືການທ່ອງທ່ຽວ (ພາບ: kinhtedothi.vn)

ຕອນບ່າຍວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ພະແນກທ່ອງທ່ຽວ ຮ່າໂນ້ຍ ແລະ ພະແນກທ່ອງທ່ຽວ ແຂວງ ບິ່ງດິ້ງ ສົມທົບກັນຈັດຕັ້ງກອງປະຊຸມເຊື່ອມຕໍ່ພັດທະນາການທ່ອງທ່ຽວລະຫວ່າງນະຄອນຮ່າໂນ້ຍ ກັບ ແຂວງບິ່ງດິ້ງ ໃນໄລຍະປົກກະຕິໃໝ່. ການເຊື່ອມຕໍ່ນີ້ ເພື່ອແນໃສ່ບັນລຸໄດ້ບັນດາມາດຖານພັດທະນາການທ່ອງທ່ຽວ, ພ້ອມທັງປະຕິບັດ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງຟື້ນຟູ, ພັດທະນາເສດຖະກິດ, ສັງຄົມ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ່ວ່າ:

ລະຫວ່າງຮ່າໂນ້ຍ ແລະ ບິ່ງດິ້ງ ກໍ່ຄືບັນດາທ້ອງຖິ່ນ ຕ້ອງສຸມໃສ່ບັນດາສະຖານທີ່ທ່ອງທ່ຽວ, ບັນດາຜະລິດຕະພັນລະອຽດ ເຊິ່ງແມ່ນເຂດປອດໄພ. ພວກເຮົາຈະອັບເດດບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ປອດໄພ. ພວກຂ້າພະເຈົ້າໄດ້ສ້າງຕັ້ງ fanpage ລະຫວ່າງ ຮ່າໂນ້ຍ ແລະ ບັນດາແຂວງ ໂດຍບັນດາແຂວງສາມາດແລກປ່ຽນ, ອັບເດດຂໍ້ມູນຂ່າວສານກ່ຽວກັບສະຖານທີ່ທ່ອງທ່ຽວທີ່ປອດໄພ ເພື່ອໃຫ້ບັນດາວິສາຫະກິດສາມາດກຳໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ