ນະຄອນໂຮ່ຈິມິນຍ້ອງຍໍຊົມເຊີຍ 96 ແບບຢ່າງລຽບງ່າຍແຕ່ສູງສົ່ງ

(VOVWORLD) -ຕອນເຊົ້າວັນທີ 11 ມັງກອນ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ຈັດພິທີຍ້ອງຍໍຊົມເຊີຍ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ໃນຂະບວນການແຂ່ງຂັນຮັກຊາດຂອງນະຄອນຄັ້ງທີ 3.

ນະຄອນໂຮ່ຈິມິນຍ້ອງຍໍຊົມເຊີຍ 96 ແບບຢ່າງລຽບງ່າຍແຕ່ສູງສົ່ງ - ảnh 1ເຂົ້າຮ່ວມລາຍການມີທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ,

ຮອງປະທານຜູ້ທີໜຶ່ງສະພາແຂ່ງຂັນ - ຍ້ອງຍໍສູນກາງ

(ພາບ: TTXVN)

ບັນດາແບບຢ່າງໄດ້ຮັບການຍ້ອງຍໍໃນຄັ້ງນີ້ລວມມີ 17 ໝູ່ຄະນະ ແລະ 19 ສ່ວນບຸກຄົນທີ່ມີການເຄື່ອນໄຫວ, ມີວຽກງານເລີ່ມຈາກຈິດໃຈອາສາສະໝັກ, ບໍ່ຮຽກຮ້ອງຜົນປະໂຫຍດໃຫ້ແກ່ຕົວ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ປາດຖະໜາວ່າ “ຈິດໃຈອັນແຮງກ້າ”, ຄວາມຄາດຫວັງບືນຕົວຂຶ້ນ, ຈິດໃຈຮັກອາຊີບ ແລະ ເມດຕາປານີຂອງບັນດາໝູ່ຄະນະ, ສ່ວນບຸກຄົນຈະສືບຕໍ່ໄດ້ຮັບການແຜ່ຂະຫຍາຍໃນຂະບວນການແຂ່ງຂັນຮັກຊາດຂອງນະຄອນໂຮ່ຈິມິນ.

        ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບເງິນ 50 ລ້ານດົ່ງ ໃຫ້ພະແນກເບິ່ງແຍງພິເສດ (ໂຮງໝໍ ເຍີນອ໊າຍ) ເພື່ອຮັບໃຊ້ວຽກງານເບິ່ງແຍງ, ໜູນຊ່ວຍໃຫ້ຄົນເຈັບ, ໂດຍສະເພາະແມ່ນໃນໂອກາດບຸນເຕັດພວມວຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ