ງານບຸນຕົ້ນໄມ້ລະດູບານໃໝ່ຄັ້ງທີ 11
(ພາບ: nguoikhuyettathcm.org)
(vovworld) – ຕອນເຊົ້າວັນທີ 24/01, ຄົນພິການ ແລະ ເດັກກຳພ້າກ່ວາ 800 ຄົນຢູ່ນະຄອນ ໂຮ່ຈີມິນ ໄດ້ເຂົ້າຮ່ວມງານບຸນ “ຕົ້ນໄມ້ລະດູບານໃໝ່” ຄັ້ງທີ 15 ໂດຍສະມາຄົມອຸປະກະລະຄົນພິການ ແລະ ເດັກກຳພ້ານະຄອນ ໂຮ່ຈີມິນ ຈັດຕັ້ງ.
ດ້ວຍຫົວຂໍ້ “ເພື່ອຄວາມຮັກແພງມະນຸດດ້ວຍກັນ”, ງານບຸນຕົ້ນໄມ້ລະດູບານໃໝ່ອວຍພອນປີໃໝ່ປະຈຳຊາດປີວອກ 2016 ໄດ້ຮັບການສະໜັບສະໜູນຈາກບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ຜູ້ໃນບຸນໃຈກຸສົນດ້ວຍຍອດຈຳນວນເງິນ ແລະ ຂອງຂວັນທີ່ມີມູນຄ່າກ່ວາ 1 ຕື້ດົ່ງ. ຈາກການສະໜັບສະໜູນນີ້, ຄົນພິການ ແລະ ເດັກກຳພ້າ 2000 ຄົນຢູ່ນະຄອນ ໂຮ່ຈີມິນ ໄດ້ຮັບຂອງຂວັນແຕ່ລະຄົນມີມູນຄ່າ 5 ແສນດົ່ງ. ທ່ານນາງ ຮ່ວາງທິແຄ໋ງ ປະທານສະມາຄົມອຸປະກະລະຄົນພິການ ແລະ ເດັກກຳພ້ານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
“ບຸນເຕັດປີນີ້ ຄົນພິການ ແລະ ເດັກກຳພ້າຜູ້ໃດກໍ່ມີຂອງຂວັນ, ພວກຂ້າພະເຈົ້າໄດ້ພະຍາຍາມສະຖິຕິ ເພື່ອເຂົາເຈົ້າຜູ້ໃດກໍ່ມີຂອງຂວັນໃນໂອກາດບຸນເຕັດ”.