ນະຄອນNagasakiສະເຫຼີມສະຫຼອງ70ປີແຫ່ງວັນໄພພິບັດປະລະມານູ
ນະຄອນ Nagasaki ສະເຫຼີມສະຫຼອງ
70 ປີແຫ່ງວັນໄພພິບັດປະລະມານູ
(ພາບ: bbc.com)
(vovworld) - ວັນທີ 09/08, ອຳນາດການປົກຄອງນະຄອນ Nagasaki ໄດ້ຈັດພິທີອາໄລຫາ 70 ປີແຫ່ງວັນອາເມລິກາ ຖີ້ມລະເບີດປະລະມານູ ລົງນະຄອນນີ້, ເຮັດໃຫ້ປະຊາຊົນນັບໝື່ນໆຄົນເສຍຊີວິດ. ບັນດາການເຄື່ອນໄຫວຖືກດຳເນີນໄປຢູ່ສວນສາທາລະນະສັນຕິພາບ, ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຍີ່ປຸ່ນ Caroline Kennedy ແລະ ປະຊາຊົນນັບໝື່ນຄົນ. ໃນບົດກ່າວປາໄສທີ່ພິທີ, ທ່ານ Shinzo Abe ໄດ້ຢືນຢັນຄືນໃໝ່ວ່າ, ລັດຖະບານຍີ່ປຸ່ນ ຕັດສິນໃຈນຳໜ້າບັນດາຄວາມມານະພະຍາຍາສາກົນ ແນໃສ່ຊອກຫາມາດຕະການລົງລ້າງອາວຸດນິວເຄຼຍ, ປະຕິບັດ 3 ຫຼັກການປອດນິວເຄຼຍ ຂອງຍີ່ປຸ່ນ ແມ່ນ: ບໍ່ຜະລິດ, ກຳມະສິດ ຫຼື ອະນຸຍາດໃຫ້ອາວຸດນິວເຄຼີຍປະເພດຕ່າງໆມີໜ້າຢູ່ຜືນແຜ່ນດິນຂອງຍີ່ປຸ່ນ. ທ່ານ Shinzo Abe ໃຫ້ຮູ້ວ່າ, ຍີ່ປຸ່ນ ຈະມານາພະຍາຍາມເພື່ອໂລກປອດອາວຸດນິວເຄຼຍ ດ້ວຍວິທີຮ່ວມມືກັບບັນດາປະເທດມະຫາອຳນາດດ້ານນິວເຄຼຍ ແລະ ບັນດາປະເທດບໍ່ມີອາວຸດນິວເຄຼຍ.