ນະໂຍບາຍປັດສະປໍຂອງຈີນແມ່ນບໍ່ເປັນປົກກະຕິ ແລະ ກໍ່ຄວາມພິພາດ

ນະໂຍບາຍປັດສະປໍຂອງຈີນແມ່ນບໍ່ເປັນປົກກະຕິ ແລະ ກໍ່ຄວາມພິພາດ - ảnh 1
ຈີນ​ນຳ​ແຜນ​ທີ່​ ທີ່​ມີ​ ”ຮູບ​ລີ​ນງົວ”​ເຂົ້າໃນ​ປັດ​ສະ​ປໍສາມັນ​ເອ​ເລກ​ໂຕ​ນິກຂອງ​ປະ​ເທດ​ນີ້
(ພາບ: google.com.vn)

(vovworld) - ຕໍ່ໜ້າ​ເລື່ອງ​ຈີນ​ນຳ​ບັນດາ​ເຂດ​ພິພາດ​ເຂົ້າ​ແຜນ​ທີ່​ ທີ່ພິມ​ໃນ​ປັດ​ສະ​ປໍສາມັນ​ເອ​ເລກ​ໂຕ​ນິກຂອງ​ປະ​ເທດ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ Victoria Nuland ຖະ​ແຫຼ​ງວ່າ, ອາ​ເມ​ລິ​ກາ​ ບໍ່​ຮັບຮອງ​ແຜນ​ທີ່ ທີ່​ມີ​ ”ຮູບ​ລີ​ນງົວ” ​ໃນ​ປັດ​ສະ​ປໍ​ໃໝ່​ຂອງ​ຈີນ. ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າວ ​ເມື່ອ​ວັນ​ທີ 27/11 ກ່ຽວ​ກັບ​ເລື່ອງ​ພາສີ​ອາ​ເມ​ລິ​ກາ​ ຕີ​ກາ​ເຂົ້າ​ເມືອງ​ໃນ​ປັດ​ສະ​ປໍ​ນີ້, ແມ່ນ​ເລື່ອງ​ຮັບຮອງ​ຖະ​ແຫຼງການ​ອະທິປະ​ໄຕ​ຂອງ​ຈີນ​ແມ່ນ​ບໍ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ Victoria Nuland ຢືນຢັນ​ວ່າ:

”ນັ້ນ​ບໍ່​ແມ່ນ​ການ​ຮັບຮອງ​ຂອງ​ອາ​ເມ​ລິ​ກາ ທີ່​ມີ​ຕໍ່ຖະ​ແຫຼງການ​ອະທິປະ​ໄຕ​ຂອງ​ຈີນ​, ​ເຊິ່ງສະ​ແດງ​ອອກ​ຜ່ານ​ແຜນ​ທີ່​ນີ້. ທັດສະນະ​ຂອງ​ອາ​ເມ​ລິ​ກາ​ ແມ່ນ​ບັນດາ​ບັນຫາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ປຶກສາ​ຫາລື​ລະຫວ່າງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ, ລະຫວ່າງ​ອາ​ຊຽນ ​ແລະ ຈີນ. ຮູບ​ພາບ​ໃນ​ປັດ​ສະ​ປໍ​ບໍ່​ເຮັດ​ໃຫ້​ທັດສະນະ​ນີ້​ຂອງ​ພວກ​ຂ້າພະ​ເຈົ້າ​ມີ​ການ​ປ່ຽນ​ແປງ”

ວັນ​ທີ 26/11, ທ່ານ​ລັດຖະມົນຕີ​​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ Marty Natalegawa ກໍ່​ໄດ້​ຖື​ວ່າ​ເລື່ອງ​ຈີນ​ນຳ​ບັນດາ​ເຂດ​ພິພາດ​ເຂົ້າ​ແຜນ​ທີ່​ ທີ່ພິມ​ໃນ​ປັດ​ສະ​ປໍສາມັນ​ເອ​ເລກ​ໂຕ​ນິກຂອງ​ປະ​ເທດ​ນີ້ ​ແມ່ນ​ການ​ກະທຳ​ບໍ່​ເປັນ​ປົກກະຕິ ​ແລະ ກໍ່​ຄວາມ​ພິພາດ​ກັນ. ກ່ອນ​ໜ້າ​ນັ້ນ, ຟີ​ລິບ​ປິນ, ຫວຽດນາມ ​ແລະ ອິນ​ເດຍ ກໍ່​ໄດ້​ຄັດຄ້ານ​ເລື່ອງ​ຈີນ​ນຳ​ບັນດາ​ເຂດ​ພິພາດ​ເຂົ້າ​ແຜນ​ທີ່​ ທີ່ພິມ​ໃນ​ປັດ​ສະ​ປໍສາມັນ​ເອ​ເລກ​ໂຕ​ນິກຂອງ​ປະ​ເທດ​ນີ້​ເຊັ່ນ​ກັນ.

ຂ່າວ/ບົດ​ອື່ນ