ນະໂຍບາຍສິນເຊື່ອປະກອບສ່ວນແກ້ ໄຂຄວາມຫຍຸ້ງຍາກ ໃຫ້ແກ່ບັນດາວິສາ ຫະກິດ

ນະໂຍບາຍສິນເຊື່ອປະກອບສ່ວນແກ້ ໄຂຄວາມຫຍຸ້ງຍາກ ໃຫ້ແກ່ບັນດາວິສາ ຫະກິດ - ảnh 1
ການ​ໂອ້​ລົມ​ສົນທະນາ ກ່ຽວ​ກັບ​ນະ​ໂຍບາຍ​ສິນ​ເຊື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ
(ພາບ: P.H)

(vovworld) – “ນະ​ໂຍບາຍ​ສິນ​ເຊື່ອ​ຂອງ​ບັນດາ​ທະນາຄານ​ພວມດຳ​ເນີນ​ຢ່າງ​ໄປ​ຖືກ​ທິດ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ເວົ້າ​ສະ​ເພາະ ​ແລະ ພື້ນຖານ​ເສດຖະກິດ​ເວົ້າ​ລວມ​ເທື່ອ​ລະ​ກ້າວ”. ນີ້​ແມ່ນຂໍ້​ສັງ​ເກດ​ທີ່​ການ​ໂອ້​ລົມ​ສົນທະນາ ກ່ຽວ​ກັບ​ນະ​ໂຍບາຍ​ສິນ​ເຊື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ພັດທະນາ, ​​ເຊິ່ງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16/8 ຢູ່ ຮ່າ​ໂນ້ຍ. ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິສາ​ຫະກິດ, ມີ​ຫຼາຍ​ຄຳ​ເຫັນ​​ໃນການ​ໂອ້​ລົມ​ສົນທະນາ​ໃຫ້​ຮູ້​ວ່າ: ສິ່ງ​ສຳຄັນ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຕ້ອງ​​ໂປ່​ງ​ໃສ​ດ້ານ​ການ​ເງິນ, ຍ້ອນ​ວ່າ: ຄວາມ​ໂປ່​ງ​ໃສ​ໃນ​ດ້ານ​ການ​ເງິນ ຈະ​ຊ່ວຍ​ໃຫ້​ການນຳ​ໃຊ້​ແຫຼ່ງກຳລັງ​ມີ​ປະສິດ​ທິຜົນ​ກ່ວາ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າ​ຍ, ຄວາມ​ສ່ຽງ​ໃຫ້​​ທັງ​ວິ​ສາ​ຫະກິດ ​ແລະ ທະນາຄານ. ທ່ານ Nguyen Van Hoan, ຮອງ​ຜູ້ອຳ​ນວຍການ​ໃຫຍ່​ທະນາຄານ​​ຫຸ້ນ​ສ່ວນການ​ຄ້າ Dai Duong ​ໃຫ້​ຮູ້​ວ່າ: ດ້ວຍ​ບັນດາ​ໂຄງການ​ທີ່​ມີ​ຄວາມ​ສາ​ມາດ​ເປັນ​ໄປ​ໄດ້ສູງ, ວິທີ​ດຳ​ເນີນ​ທຸລະ​ກິດ​​ດີ ​ແມ່ນ​ຈະ​ໄດ້​ຊົມ​ໃຊ້ດອກ​ເບ້ຍ​ກູ້​ຢືມ​ແຕ່ 15% - 16%/ ປີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຈຳໜ່າຍສິນຄ້າ, ບັນດາ​ວິ​ສາ​ຫະກິດ​ກໍ​ຕ້ອງ​ມີ​ມາດ​ຕະການ​ລະອຽດ​ເພື່ອ​ຫຼີກ​ລ້ຽງ​ຄວາມ​ສ່ຽງ.

ຂ່າວ/ບົດ​ອື່ນ