ນາຍົກລັດຖະມົນຕີຟ້າມມິນຈິ໊ງ: ບໍ່ໃຫ້ປະໝາດຢ່າງເດັດຂາດ, ຍົກສູງສະຕິຄວາມຮັບຮູ້ເພື່ອສຸຂະພາບຂອງປະຊາຄົມ

(VOVWORLD) -ຫົວໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ຜູ້ນຳໜ້າບັນດາຂັ້ນທ້ອງຖິ່ນຊີ້ນຳການສົມທົບກັນ, ອັບເດັດຂໍ້ມູນຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ກວດກາເພື່ອສ້າງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ
ນາຍົກລັດຖະມົນຕີຟ້າມມິນຈິ໊ງ: ບໍ່ໃຫ້ປະໝາດຢ່າງເດັດຂາດ, ຍົກສູງສະຕິຄວາມຮັບຮູ້ເພື່ອສຸຂະພາບຂອງປະຊາຄົມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ
(ພາບ: TTXVN)

ຫ້ອງວ່າການລັດຖະບານຫາກໍ່ແຈ້ງຂໍ້ສະຫຼຸບຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ທີ່ກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ທີ່ດຳເນີນໃນຕອນເຊົ້າວັນທີ 26 ເມສາ.

        ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີກໍ່ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ຫົວໜ່ວຍ ແລະ ປະຊາຊົນແຕ່ລະຄົນບໍ່ໃຫ້ປະໝາດຢ່າງເດັດຂາດ, ຍົກສູງສະຕິຄວາມຮັບຮູ້ເພື່ອສຸຂະພາບຂອງປະຊາຄົມ ແລະ ສ່ວນບຸກຄົນ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ວາງອອກຢ່າງເຂັ້ມງວດ. ຫົວໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ຜູ້ນຳໜ້າບັນດາຂັ້ນທ້ອງຖິ່ນຊີ້ນຳການສົມທົບກັນ, ອັບເດັດຂໍ້ມູນຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ກວດກາເພື່ອສ້າງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ສົມບູນແບບ ແລະ ຈັດຕັ້ງການປະຕິບັດ ໃນຂອບເຂດທີ່ຕົນຄຸ້ມຄອງໃຫ້ເໝາະສົມກັບສະພາບການຂອງໂລກລະບາດ ແລະ ຄວາມຮຽກຮ້ອງຕົວຈິງ; ບໍ່ປະໃຫ້ຖືກຕົກເຂົ້າສູ່ທ່າຮັບໃນບັນດາແຜນການທີ່ໂລກລະບາດອາດຈະແຜ່ລະບາດ…

ຕອບກັບ

ຂ່າວ/ບົດ​ອື່ນ