ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຮັດວຽກກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ

ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຮັດວຽກກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ   - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ແລະ ບັນດານັກວິທະຍາສາດທີ່ການເຮັດວຽກ

 (vovworld)- ​    ຕອນບ່າຍວັນທີ 29/7, ກ່າວຄຳເຫັນທີ່ການເຮັດວຽກກັບ ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ສຳຄັນ​ຂອງ​ບັນດາ​ຊົນ​ຊັ້ນ​ປັນຍາ​ຊົນ ​ແລະ​ ສະຫະສະມາຄົມວິທະຍາສາດ ​ແລະ ເຕັກນິກຫວຽດນາມ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ​ນາຍົກ ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ , ທ້ອງ​ຖິ່ນ​ ​ແລະ ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຈົ່ງ​ເປັນ​ເຈົ້າ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນນຳ​ກັນ​ໃນ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ກໍ​ຄື​ໃນ​ວຽກ​ງານ​ສັງ​ເກດຕີ​ລາຄາ. ພ້ອມ​ກັນ​ນັ້ນ ກໍ​ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ, ດຶງ​ດູດ​ແຫຼ່ງກຳລັງ​ທັງ​ຢູ່​ພາຍ​ໃນ ​ແລະ ສາກົນ ກໍ​ຄື​ຖັນ​ແຖວ​ນັກ​ປັນຍາ​ຊົນ​ແມ່ນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ເນັ້ນ​ໜັກ​ວ່າ ​: 

   “ ປະຈຸ​ບັນ, ຄວນ​​ເລັ່ງ​ໃສ່​ເສີມ​ຂະຫຍາຍ​ພາລະ​ໜ້າທີ່​ເຕົ້າ​ໂຮມ​ສາມັກຄີ, ​ເສີມ​ຂະ​ຫຍາ​ຍບົດບາດຂອງ ຖັນ​ແຖວ​ນັກ​ປັນຍາ​ຊົນ. ຖັນ​ແຖວ​ນັກ​ປັນຍາ​ຊົນຂອງ​ພວກ​ເຮົາ​ເຕີບ​ໃຫຍ່, ປະຈຸ​ບັນ​ຄວນ​ເຕົ້າ​ໂຮມ​ເຂົາ​ສະມາຄົມ​ຕ່າງໆ​ເພື່ອ​ເສີມ​ຂະຫຍາຍ ບົດບາດຖັນ​ແຖວ​ນັກ​ປັນຍາ​ຊົນ​ໃນ​ພາລະກິດ​ຫັນປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເພີ່ມ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ທຸກໆ​ຂົງ​ເຂດ. ” 

ຂ່າວ/ບົດ​ອື່ນ