ນາຍົກລັດຖະມົນຕີຫງວຽນເຕິ້ນຢຸງ ເຂົ້າຮ່ວມ ກອງປະຊຸມໃຫຍ່ແຂ່ງຂັນເພື່ອຄວາມສະຫງົບ

ນາຍົກລັດຖະມົນຕີຫງວຽນເຕິ້ນຢຸງ ເຂົ້າຮ່ວມ ກອງປະຊຸມໃຫຍ່ແຂ່ງຂັນເພື່ອຄວາມສະຫງົບ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ຫງວຽນ​ເຕິ້ນ​ຢຸງກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່
(vovworld)-  ຕອນ​ເຊົ້າ​ວັນ​ທີ 5/8, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ “ເພື່ອ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ຊາດ” ຄັ້ງ​ທີ 7 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຕົວ​ແບບ​ທີ່​ກ້າວ​ໜ້າກວ່າ 350 ຄົນ​ໃນ​​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຂອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ໄລ​ຍະ 2011 – 2015. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ຫງວຽນ​ເຕິ້ນ​ຢຸງ ເນັ້ນ​ໜັກ​ວ່າ ການ​ແຂ່ງ​ຂັນ​ຮັກ​ຊາດແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​ບັນ​ດາ​ຂະ​ບວນ​ການ​ປະ​ຕິ​ວັດ ແລະ ທັງ​ເປັນ​ມູນ​ເຊື້ອ​ປະ​ຕິ​ວັດ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ຫງວຽນ​ເຕິ້ນ​ຢຸງ ຊີ້​ແຈ້ງວ່າ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ມີ​ບົດ​ບາດ​ສຳ​ຄັນພິ​ເສດ, ແມ່ນ​ອົງ​ການ​ເສ​ນາ​ທິ​ການ, ແມ່ນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ປະ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຮັກ​ສາ​ຄວ​າມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສັງ​ຄົມ, ຮັບ​ໃຊ້​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ຊາດເປັນ​ຢ່າງ​ດີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ຫງວຽນ​ເຕິ້ນ​ຢຸງ ຢືນ​ຢັນ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ​ຍາມ​ໃດ​ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ຫວຽດ​ນາມ​ວິ​ລະ​ຊົນ ແລະ ຈະ​ສືບ​ຕໍ່​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ແລະ ຂະ​ບວນ​ການ ແຂ່ງ​ຂັນ “ເພື່ອ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ຊາດ” ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ ແລະ ບັນ​ລຸ​ໄດ້ຫຼາຍ​ຜົນ​ງານ​ດີ​ເດັ່ນ​ກວ່າ​ເກົ່າ​ໃນ​ໄລ​ຍະ​ທີ່​ຈະ​ມ​າ​ເຖິງ.

 


ຂ່າວ/ບົດ​ອື່ນ