ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບລັດຖະມົນຕີກະຊວງເສດຖະກິດ, ການຄ້າແລະອຸດສາຫະກຳຍີ່ປຸ່ນ

ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບລັດຖະມົນຕີກະຊວງເສດຖະກິດ, ການຄ້າແລະອຸດສາຫະກຳຍີ່ປຸ່ນ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ​
ລັດຖະມົນຕີ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່ປຸ່ນ
( ພາບ: .chinhphu.vn )

(vovworld) -     ຕອນ​ບ່າຍ​ວັນ​ທີ 15/8, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ລັດຖະມົນຕີ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່ປຸ່ນ Yukio Edano ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ຖື​ວ່າ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽ​ດນາມ ​ແລະ ຍີ່ປຸ່ນ ຍັງ​ມີ​ຫຼາຍ​ຢູ່ ສາມາດ​ຊ່ວຍ​ເຫຼືອ​ກັນ, ​ເພາະສະ​ນັ້ນ, ສອງ​ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງປະສິດ​ທິຜົນ​ຢ່າງ​ແທດ​ຈິງ​ໃຫ​້ແກ່​ສອງ​ປະ​ເທດ, ສອງ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບການພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ຢູ່ໃນ​ໂລກ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ສະ​ເໜີ​ໃຫ້ຍີ່ປຸ່ນ ​ນຳ​ເຂົ້າ​ສິນຄ້າ​ຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່ສ້າງ​ຄວາມ​ສົມ​ດູນ​ການ​ຄ້າໜູນຊ່ວຍ​ຫວຽດນາມ ​ພັດທະນາ​ອຸດສາຫະກຳ, ພິ​ເສດ​ແມ່ນ​ອຸດສາຫະກຳ​ສຳຮອງ, ສືບ​ຕໍ່​ຍູ້​ແຮງ​ການ​ອຸປະຖຳ​ພັດທະນາ​ໃຫ້​ແກ່​ຫວຽດນາມ ລົງທຶນ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພ້ອມ​ກັນ​ນັ້ນ ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃຫຍ່​ເຊິ່ງສອງ​ຝ່າ​ຍ​ໄດ້​ຕົກລົງ​ນຳ​ກັນ​ຢ່າງ​ມີ​ປະສິດທິ​ຜົນຄື; ​ໂຄງການ​ຂຸດ​ຄົ້ນ​ດິນ​ຫາ​ຍາກ, ​ເສັ້ນທາງ​​ດ່ວນ, ທ່າ​ກໍ່າ​ປັ່ນ.. ທ່າ​ນາຍົກລັດຖະມົນຕີ ​ໄດ້​ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ລົງທຶນ​ຢູ່​ຫວຽດນາມ ກໍ​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຮ່ວມ​ມື​ລົງທຶນ​ຕາມ​ຮູບ​ແບບ​ຄູ່​ຮ່ວມ​ມື​ຂອງ​ລັດ, ​ເອກະ​ຊົນ. ທ່ານ​ນາຍົກລັດຖະມົນຕີກໍສະ​ແດງ​ຄວາມ​ຫວັງ​ວ່າ​ສອງ​ຝ່າຍຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງປະ​ເທດ, ປ້ອງ​ກັນຊາ​ດ, ວັດທະນະທຳ​ ​ແລະ ທ່ອງ​ທ່ຽວ.


ຂ່າວ/ບົດ​ອື່ນ