ນາຍົກລັດຖະມົນຕີອີຕາລີMatteoRenziເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີອີຕາລີMatteoRenziເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Matteo Renzi
(ພາບ:TTXVN)

(vovworld) – ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ, ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Matteo Renzi ​ເດີນທາງ​ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​​ແຕ່​ວັນ​ທີ 9 – 10/6/2014. ນີ້​ແມ່ນການ​ຢ້ຽມຢາມ​ຄັ້ງທຳ​ອິດຂອງ​ນາຍົກລັດຖະມົນຕີ ອີ​ຕາ​ລີ ຜູ້ໜຶ່ງ​ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​​ເມື່ອ​ປີ 1973.

    ພາຍຫຼັງ​ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ Matteo Renzi  ​ແລະ ພັນ​ລະ​ຍາ​ທີ່​ຖືກ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນ​ຕອນ​ບ່າຍ​ວັນ​ທີ 9/6 ຢູ່ ຮ່າ​ໂນ້ຍ, ນາຍົກລັດຖະມົນຕີ ທັງ 2 ທ່ານ​ໄດ້​​ເນີນ​ການເຈລະຈາ​ພ້ອມ​ກັນ​ແລ​ກປ່ຽນ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ​ການ​ກຳນົດ​ທິດ ​ແລະ ​ເປັນ​​ເອກະ​ພາບ​ຫຼາຍ​ມາດ​ຕະການ​ລະອຽ​ດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ. ນາຍົກລັດຖະມົນຕີທັງ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນວ່າ: 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ. 2 ຝ່າຍ​ກໍ່​ເປັນ​ເອກະສັນ​ໃນ​ການ​ປັບປຸງ​ກົນ​ໄກ​ຮ່ວມ​ມື​ໃນ​ປະຈຸ​ບັນ ​ແລະ ຍົກ​ວົງ​​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ 5 ຕື້ USD.

    ​ໃນ​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ: ລັດຖະບານ 2 ປະ​ເທດ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ຍູ້​ແຮງ​ກາ​ນຮ່ວມ​ມື​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​​ແຕ່ລະ​ຝ່າຍ.

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 9/6, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ Matteo Renzi. ທ່ານ​ນາຍົກລັດຖະມົນຕີ Matteo Renzi  ​ເນັ້ນ​ໜັກ​ວ່າ: ອີ​ຕາ​ລີ ຖື​ເປັນ​ສຳຄັນການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ຫວຽດນາມ, ຢືນຢັນ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ການ​ຫັນ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ດ້ານ ການ​ຄ້າ, ການ​ລົງທຶນ, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອີ​ຕາ​ລີ - ຫວຽດນາມ ​ເລິກ​ເຊິ່ງກ່ວາ​ອີກ.

ນາຍົກລັດຖະມົນຕີອີຕາລີMatteoRenziເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 2
ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ແລະ ທ່ານ​ນາຍົກລັດຖະມົນຕີ Matteo Renzi
(ພາບ: Trí Dũng/TTXVN)

ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຫວັງ​ວ່າ: 2 ຝ່າຍ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ອຸດົມສົມບູນ​, ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ດ້ວຍ​ບັນດາ​ບາດ​ກ້າວ​ບຸກທະລຸ​ແມ່ນ​ໃນ​ຂົງ​ເຂດ​ການ​ລົງທຶນ, ການ​ຄ້າ, ການ​ສຶກສາ ​ແລະ ບຳລຸງ​ສ້າງ. ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ນາຍົກລັດຖະມົນຕີ Matteo Renzi  ​ ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົມ​ໃຈ. ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: ​ໃນ​ການ​ປະຕິບັດ​ນະ​ໂຍບາຍການ​ຕ່າງປະ​ເທດ​ຂອງ​ຕົນ, ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ເປັນ​ສຳຄັນ, ​ໃນ​ນັ້ນ​ມີ ອີ​ຕາ​ລີ.

ຫວຽດນາມ -​ ອີ​ຕາ​ລີ​ຊຸກຍູ້​ການ​ພົວພັນ​ເສດຖະກິດ -​ ການ​ຄ້າ ແລະ ​ການ​ລົງທຶນ

    ​​ຕອນ​ບ່າຍ​ວັນ​ທີ 9/6, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ນາຍົກລັດຖະມົນຕີ Matteo Renzi. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຊື່ອ​ໝັ້ນ​ວ່າ: ​ທ້າຍ​ປີ 2014 ນີ້, ​ເມື່ອ 2 ປະ​ເທດ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (FTA) ສຳ​ເລັດ​ຜົນ, ມີ​ແງ່​ຫວັງ​ ​ແລະ ກາລະ​ໂອກາດຮ່ວມ​ມື​ໃໝ່ຫຼາຍ​ຢ່າງ​ ຈະ​ສືບ​ຕໍ່​ໄດ້​ຮັບ​ການເປີດ​ກ້ວາງ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ວ່າ​: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ຮັກສາ ​ແລະ ​ແລ​ກປ່ຽນ​ຄະ​ນະ​ຜູ້​ແທນ​ທຸກຂັ້ນ, ຊຸກຍູ້​ການ​ພົວພັນ​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ, ພິ​ເສດ​ແມ່ນ​​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ ຫວຽດນາມ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ, ຢືນຢັນ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ດຳ​ເນີນ​ທຸລະ​ກິດ​ຍາວ​ນານ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້ 2 ຝ່າຍເພີ່ມ​ທະວີການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສຫຼາຍ​ຝ່າຍ, ສ້າງ​ຕັ້ງ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ກໍ່​ຄື​ບັນດາ​ກົນ​ໄກ​ຮ່ວມ​ມືກ່ຽວ​ກັບ​ດ້ານ​ການ​ທູດ, ການ​ປ້ອງ​ກັນຊາດ - ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ - ການ​ສຶກສາ ​ແລະ​ ​ວິທະຍາສາດເຕັກ​​ໂນ​ໂລ​ຢີ. ຫວຽດນາມ ພ້ອມ​ແລ້ວ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້ ອີ​ຕາ​ລີ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ອາ​ຊຽນ.

    ທ່ານ​ນາຍົກລັດຖະມົນຕີ Matteo Renzi ຢືນຢັນ: ອີ​ຕາ​ລີ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ການ​ຄ້າ - ການ​ລົງທຶນ, ປາດ​ຖະໜາ​ຍົກ​ວົງ​ເງິນ​ການ​ຄ້າ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ 5 ຕື້ USD, ​ໃຫ້​ຄຳ​ໝັ້ນ​ສັນຍາ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້​ການ​ພົວພັນ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ ​ເອີ​ລົບ (ERU). ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ ​ແບ່ງປັນ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ປາດ​ຖະໜາ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຕ້ອງ​​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ບົນ​ພື້ນຖານ​ເຄົາລົບ​​ກົດໝາຍ​ສາກົນ.






ຂ່າວ/ບົດ​ອື່ນ