(VOVWORLD) -ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ ສຸມໃສ່ຊີ້ນຳບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕ້ອງເລັ່ງສັກວັກຊິນກັນໂຄວິດ-19 ເຂັ້ມກະຕຸ້ນໃຫ້ຜູ້ມີອາຍຸ 18 ປີຂຶ້ນໃຫ້ຢ່າງໄວກວ່າ
(ພາບປະກອບ: TTXVN)
|
ຫ້ອງວ່າການລັດຖະບານໄດ້ປະກາດໃຊ້ໜັງສືທາງການໃນວັນທີ 15 ມີນາ ວ່າດ້ວຍການຖ່າຍຖອດຄຳສັ່ງຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່ຽວກັບ “ແຜນການນຳໃຊ້ວັກຊິນກັນໂຄວິດ-19 ປີ 2022”.
ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ ສຸມໃສ່ຊີ້ນຳບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕ້ອງເລັ່ງສັກວັກຊິນກັນໂຄວິດ-19 ເຂັ້ມກະຕຸ້ນໃຫ້ຜູ້ມີອາຍຸ 18 ປີຂຶ້ນໃຫ້ຢ່າງໄວກວ່າ ແລະ ຍູ້ໄວການຊື້, ສັກວັກຊິນໃຫ້ເດັກໃນເກນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ ຕາມການຊີ້ນຳກ່ອນນັ້ນຂອງນາຍົກລັດຖະມົນຕີ.
ພ້ອມກັນນັ້ນ, ກະຊວງສາທາລະນະສຸກ ຕິດຕາມສະພາບການ, ຄຳສະເໜີແນະບົດຮຽນສາກົນກ່ຽວກັບການສັກວັກຊິນເຂັມທີ 4 ຢ່າງໃກ້ຊິດ ເພື່ອເປັນເຈົ້າການແກ້ໄຂ, ລາຍງານຕໍ່ນາຍົກລັດຖະມົນຕີ ກ່ຽວກັບບັນຫາລື່າສິດຂອງຕົນ.
ຖ້າຫາກຂາດວັກຊິນ ເກີດຜົນຮ້າຍຕາມມາ, ລັດຖະມົນຕີກະຊວງສາທາລະນະສຸກຕ້ອງຮັບຜິດຊອບຕໍ່ລັດຖະບານ ແລະ ນາຍົກລັດຖະມົນຕີ.