ນາຍົກລັດຖະມົນຕີເຊັນ ອະນຸມັດຍຸດທະສາດ ໜີ້ສິນຂອງລັດ ແລະ ໜີ້ສິນຕ່າງປະເທດ

ນາຍົກລັດຖະມົນຕີເຊັນ ອະນຸມັດຍຸດທະສາດ ໜີ້ສິນຂອງລັດ ແລະ ໜີ້ສິນຕ່າງປະເທດ - ảnh 1

(ພາບ:vietnamplus.vn)​

( vovworld ) – ທ່ານນາຍົກລັດຖະມົນຕີ​ຫວຽດນາມ Nguyen Tan Dung ຫາກໍ່ເຊັນ​ອະນຸມັດ​ຍຸດ​ທະ​ສາດ​ໜີ້ສິນ​ຂອງ​ລັດ ​ແລະ ໜີ້​ສິນ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໄລຍະ 2011-2020 ​ແລະ ວິ​ໄສ​ທັດ​ປີ 2030 ​ເພື່ອ​ແນ​ໃສ່ຈຸດໝາຍຈັດຕັ້ງການ​ລະດົມ​ທຶນ​ກູ້​ຢືມ​ດ້ວຍ​ຄ່າ​ໃຊ້​ຈ່າ​ຍ ​ແລະ ລະດັບ​ຄວາມ​ສ່ຽງ​ທີ່​ເໝາະ​ສົມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ດຸ່ນດຽງ​ງົບປະມານ​ແຫ່ງ​ລັດ ​ແລະ ການ​ລົງທຶນ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ແຕ່ລະ​ໄລຍະ ຊື່​ງຕາມ​ນັນ​ແລ້ວ​ເລື່ອງ​ຈັດ​ແບ່ງ, ນຳ​ໃຊ້​ທຶນ​ກູ້​ຢືມ​ຕ້ອງ​ຖືກ​ຕ້ອງຕາ​ມຈຸດປະສົງ, ມີ​ປະສິດທິ​ຜົນ, ຮັບປະກັນ​ຄວາມ​ສາມາດ​ການ​ໄຊ້ໜີ້; ຮັກສາ​ບັນດາ​ດັດຊະນີ​ໜີ້​ສິນ​ຂອງ​ລັດ, ໜີ້​ສິນ​ຂອງ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຊາດ​ຢູ່​ໃນ​ລະດັບ​ປອດ​ໄພ, ຮັບປະກັນ​ຄວາມໝັ້ນຄົງ​ດ້ານ​ການ​ເງິນ​ແຫ່ງ​ຊາດ, ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດນາມ ​ແລະ ທຳ​ນຽມ​ສາກົນ.

  ກ່ຽວ​ກັບ​ດັດ​ຊະນີ​ລວມ, ການ​ກູ້​ຢືມ​ພາຍ​ໃນ ​ແລະ ຕ່າ​ງປະ​ເທດ​ເພື່ອ​ທົດ​ແທນ​ໃຫ້ການ​ໃຊ້​ຈ່າ​ຍ​ເກີນ​ດຸນ​ງົບປະມານ​ຕາມ​ທິດ​ຫລຸດຜ່ອນ​ລົງ, ສູ້​ຊົນ​ຮອດ​ປີ 2015 ​ໃຫ້​ຕ່ຳກ່ວາ 4,5% GDP, ​ໄລຍະ 2016-2020 ​ເທົ່າ​ກັບ​ປະມານ​ 4% GDP ​ແລະ ​ໄລຍະ​ຫຼັງ​ປີ 2020 ສະ​ເລ່ຍປະມານ 3% GDP.

   ​ແລະ ​ກໍ່ຕາມ​ຍຸດ​ທະ​ສາດ​ນີ້, ຈະ​ຄ່ອຍໆຫລຸດຜ່ອນການ​ໜີ້​ສິນ​ຂອງ​ລັດ​ເທື່ອ​ລະ​ກ້າວ, ຮອດ​ປີ 2030 ໜີ້​ສິນ​ຂອງ​ລັດ​ບໍ່​ເກີນ 60% GDP, ​ໃນ​ນັ້ນໜີ້​ສິນ​ຂອງ​ລັດຖະບານ​ບໍ່​ເກີນ 50% GDP ​ແລະ ໜີ້​ສິນ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຊາດ​ບໍ່​ເກີນ 45% GDP. 

 

 

 

 

 

 

ຂ່າວ/ບົດ​ອື່ນ