ນາຍົກລັດຖະມົນຕີໄທ:ກອງທັບຈະມີການກະທຳຖ້າຫາກເກີດການແຫ່ຂະບວນປະທ້ວງຄືນໃໝ່
ທ່ານນາງ ຍິ່ງຣັກ ສິນນະວັດ
(ພາບ: AFP/TTXVN)
|
(vovworld) – ວັນທີ 6/1, ທ່ານນາຍົກລັດຖະມົນຕີ ໄທ ປະຣາຢຸດ ຈັນໂອຈາ ກ່າວເຕືອນວ່າ: ກອງທັບປະເທດນີ້ຈະ “ມີການກະທຳ” ຕາມຂໍ້ກຳນົດກົດໄອຍະການເສີກ ຖ້າຫາກເກີດການແຫ່ຂະບວນປະທ້ວງຄັດຄ້ານເລື່ອງພິຈາລະນາໂທດທ່ານນາງນາຍົກລັດຖະມົນຕີ ຍິ່ງຣັກ ສິນນະວັດ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ປຣາຢຸດ ຢືນຢັນວ່າ: ກອງທັບຈະບໍ່ປະໃຫ້ບັນດາຜູ້ສະໜັບສະໜູນທ່ານນາງ ຍິ່ງຣັກ ລົງຖະໜົນແຫ່ຂະບວນປະທ້ວງ ເຖິງວ່າເຂົາເຈົ້າບໍ່ຮັບຮູ້ໝາກຜົນແຫ່ງການພິຈາລະນາໂທດຂອງສະພານິຕິບັນຍັດແຫ່ງຊາດ (NLA) (ສະພາແຫ່ງຊາດ ໄທ). ທ່ານນາຍົກລັດຖະມົນຕີ ປຣາຢຸດ ໄດ້ຍົກອອກຄຳກ່າວເຕືອນນີ້ໃນສະພາບວົງການຜູ້ສັງເກດການຮັບຮູ້ເລື່ອງທ່ານນາງ ຍິ່ງຣັກ ຖືກພິຈາລະນາໂທດ ແລະ ຫ້າມເຂົ້າຮ່ວມເວທີການເມືອງໃນເວລາ 5 ປີຈະເຮັດໃຫ້ບັນດາສະມາຊິກຝ່າຍ “ເສື້ອແດງ” ລົງຖະໜົນແຫ່ຂະບວນປະທ້ວງ, ຢຸດຕິຫຼາຍເດືອນທີ່ມີສະຖຽນລະພາບພໍສົມຄວນນັບແຕ່ເມື່ອກອງທັບຂຶ້ນກຳອຳນາດ ແລະ ນຳໃຊ້ກົດໄອຍະການເສິກຢູ່ປະເທດນີ້.
ຕາມແຜນການແລ້ວ, NLA ຈະດຳເນີນການປ່ອນບັດພິຈາລະນາໂທດທ່ານນາງ ຍິ່ງຣັກ ທີ່ວາລະປະຊຸມໃນວັນທີ 9/1 ຈະມາເຖິງ, ອີງໃສ່ບັນດາການກ່າວຫາທີ່ກ່ຽວຂ້ອງເຖິງໂຄງການຊ່ວຍເຫຼືອລາຄາເຂົ້າສານທີ່ລັດຖະບານກ່ອນນີ້ໂຕ້ຖຽງກັນ.