ນາຍົກລັດຖະມົນຕີ ຝ້າມມິງຈິ້ງ ເຮັດວຽກກັບກະຊວງຍຸຕິທຳ

(VOVWORLD) -   ຕອນເຊົ້າວັນທີ 25 ພືດສະພາ, ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈິ້ງ ໄດ້ລົງເຮັດວຽກກັບກະຊວງຍຸຕິທຳກ່ຽວກັບສະພາບການປະຕິບັດໜ້າທີ່ຈຸດສຸມ ແລະ ຮີບດ່ວນໃນໄລຍະທີ່ຈະມາເຖິງ. 
ນາຍົກລັດຖະມົນຕີ ຝ້າມມິງຈິ້ງ ເຮັດວຽກກັບກະຊວງຍຸຕິທຳ - ảnh 1ທ່ານນາຍົກລັດຖະມົນຕີ ຝ້າມມິງຈິ້ງ ທີ່ການເຮັດວຽກ

    ທ່ານນາຍົກລັດຖະມົນຕີ ຝ້າມມິງຈິ້ງ ເນັ້ນໜັກເຖິງທັດສະນະລຸລວງໃນໄລຍະທີ່ຈະມາເຖິງ ແມ່ນຍົກສູງລະດັບຄວາມຮັບຮູ້, ເປັນເອກະພາບກັນກະທຳເພື່ອເພີ່ມທະວີການຊີ້ນຳນຳພາ, ເພີີ່ມທະວີການລົງທຶນ, ເງິນໃຊ້ຈ່າຍ, ພື້ນຖານວັດຖຸ ແລະ ແຫຼ່ງຊັບພະຍາກອນມະນຸດຮັບໃຊ້ແກ່ການເຄື່ອນໄຫວຍຸຕິທຳ, ສ້າງສະພາບແວດລ້ອມດ້ານກົດໝາຍໃຫ້ສົມບູນແບບ, ສ້າງພື້ນຖານປະຊາທິປະໄຕສົງຄົມນິຍົມ, ລັດແຫ່ງກົດໝາຍສັງຄົມນິຍົມ. ທ່ານນາຍົກລັດຖະມົນຕີ ຝ້າມມິງຈິ້ງ ສະເໜີວ່າ ກ່ອນອື່ນໝົດ ຕ້ອງຍົກສູງລະດັບຄວາມຮັບຮູ້ກ່ຽວກັບທີ່ຕັ້ງບົດບາດ, ຄວາມສຳຄັນຂອງຂະແໜງການ ແລະ ສະພາບແວດລ້ອມແຫ່ງກົດໝາຍທີ່ມີຕໍ່ການພັດທະນາຂອງປະເທດຊາດເພື່ອປະຕິບັດໜ້າທີ່ຍຸດທະສາດທີ່ສຳຄັນ. ພ້ອມກັນນັ້ນ ກໍສືບຕໍ່ປ໋ຍນແປງໃໝ່ວຽກງານສ້າງກົດໝາຍຢ່າງຄົບຊຸດ ແລະ ຮອບດ້ານ. ສະຫຼຸບ ຄົ້ນຄ້ວາວິທະຍາສາດ ຍົກສູງທິດສະດີພັດທະນາຂະແໜງຍຸດຕິທຳໃຫ້ໃກ້ຊິດຕິດແທດກັບສະພາບຕົວຈິງຢູ່ຫວຽດນາມ.

/

ຕອບກັບ

ຂ່າວ/ບົດ​ອື່ນ