(vovworld) - ວັນທີ 7/10, ສະພາແຫ່ງຊາດລີບີ ໄດ້ປົດຕຳແໜ່ງທ່ານນາຍົກລັດຖະມົນຕີ Mustafa Abushagur ພາຍຫຼັງບໍ່ເຫັນດີກັບບັນຊີລາຍຊື່ຄະນະລັດຖະບານໃໝ່ໂດຍທ່ານຜູ້ນີ້ຍົກອອກມາດ້ວຍ 125 ບັດຄ້ານ, 44 ບັດເຫັນດີ, 17 ບັດຂາວ. ບັນຊີລາຍຊື່ຄະນະລັດຖະບານໃໝ່ ເຊິ່ງທ່ານນາຍົກລັດຖະມົນຕີ ລີບີ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດຂອງປະເທດນີ້ ພາຍຫຼັງທີ່ຄະນະລັດຖະບານໂດຍທ່ານ Abushagur ຍື່ນສະເໜີຕໍ່ສະພາແຫ່ງຊາດຖືກປະຕິເສດເມື່ອວັນທີ 4/10 ແລະ ກຳນົດເວລາສຸດທ້າຍ 72 ຊົ່ວໂມງ ໂດຍສະພາແຫ່ງຊາດກຳນົດໄດ້ໝົດແລ້ວ, ອັນໄດ້ເຮັດໃຫ້ທ່ານ Abushagur ລາອອກຈາກຕຳແໜ່ງ. ຕາມບັນຊີລາຍຊື່ຄະນະລັດຖະບານທີ່ຫາກໍຍື່ນສະເໜີ, ຄະນະລັດຖະບານ ລີບີ ມີລັດຖະມົນຕີພຽງ 10 ທ່ານ. ກ່ອນໜ້ານັ້ນ, ວັນທີ 4/10, ສະພາແຫ່ງຊາດ ລີບີ ໄດ້ປະຕິເສດບັນຊີລາຍຊື່ຄະນະລັດຖະບານລວມມີ 27 ທ່ານໂດຍທ່ານນາຍົກລັດຖະມົນຕີ Abushagur ຍື່ນສະເໜີ. ເມື່ອທ້າຍເດືອນ 9, ສະພາແຫ່ງຊາດ ລີບີ ໄດ້ກ່າວເຕືອນຈະປົດຕຳແໜ່ງທ່ານນາຍົກລັດຖະມົນຕີ Abushagur ຖ້າຫາກທ່ານບໍ່ສ້າງຕັ້ງລັດຖະບານໃໝ່ໃດ້ກ່ອນວັນທີ 8/10.