(vovworld) - ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຫາກໍ່ສົ່ງໂທລະເລກທາງການຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຈຶ່ງຮັບປະກັນແຫຼ່ງສະໜອງສິນຄ້າ, ຄຸນນະພາບປອດໄພຂອງສະບຽງອາຫານ, ຮັບປະກັນຄວາມສະຫງົບປອດໄພ... ໃນໂອກາດບຸນປີໃໝ່ປະຈຳຊາດ 2013 ປີ ມະເສງ. ໂທລະເລກທາງການໄດ້ລະບຸວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຄວນສຸມໃສ່ກວດກາການປະຕິບັດບັນດາແຜນການຮັບປະກັນແຫຼ່ງສະໜອງສິນຄ້າໄລຍະບຸນປີໃໝ່ຢ່າງທັນການ, ປັບໄໝລົງໂທດຜູ້ທີ່ມີການສວຍໂອກາດໃນຍາມບຸນປີໃໝ່ເພື່ອຂຶ້ນລາຄາຜິດປົກກະຕິຢ່າງເດັດດຽວ. ຢືດໝັ້ນບໍ່ປະໃຫ້ຂາດແຄນສິນຄ້າ, ລາຄາຂຶ້ນໃນທົ່ວປະເທດ, ພິເສດແມ່ນສິນຄ້າຈຳເປັນຮັບໃຊ້ຊີວິດຂອງປະຊາຊົນ ແລະ ບັນດາເຂດຫ່າງໄກຊອກຫຼີກ, ເຂດທະເລ, ໝູ່ເກາະ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດບັນດາລະບອບນະໂຍບາຍຂອງພັກ ແລະ ລັດທີ່ມີຕໍ່ບັນດາຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນຊົນບັນດາເຜົ່າສວນໜ້ອຍ, ເປົ້າໝາຍນະໂຍບາຍໃນບໍລິເວນທ້ອງຖີ່ນຢ່າງທັນການ, ຂົນຂວາຍບັນດາອົງການ, ສ່ວນບຸກຄົນເຂົ້າຮ່ວມການໜູນຊ່ວຍເພີ່ມເຕີມໃຫ້ຄົນທຸກຍາກໃນວົງຄະນະຍາດໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ອົບອຸ່ນ.