ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ລົງກວດກາວຽກງານຕ້ານແຫ້ງແລ້ງຢູ່ແຂວງນິງຖ້ວນ


ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ລົງກວດກາວຽກງານຕ້ານແຫ້ງແລ້ງຢູ່ແຂວງນິງຖ້ວນ - ảnh 1

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ​ລົງ​ກວດ​ກາ​ວຽກງານປ້ອງ​ກັນ ແລະ ຕ້ານ​ໄພ​ແຫ້ງ​ແລ້ງ​ຢູ່​ແຂວງ​ນິງ​ຖ້ວນ


(vovworld)- ໃນ​ການ​ລົງ​ກວດ​ກາ​ວຽກງານປ້ອງ​ກັນ ແລະ ຕ້ານ​ໄພ​ແຫ້ງ​ແລ້ງ​ຢູ່​ແຂວງ​ນິງ​ຖ້ວນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ​ໄດ້​ສະ​ເໜີ​ການ​ນຳ​ແຂວງ ໃນ​ສະ​ເພາະ​ໜ້າ​ຈົ່ງ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຮັບ​ປະ​ກັນ​ການ​ສະ​ໜອງ​ນ້ຳ​ດື່ມ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ປະ​ສົບ ໄພ​ແຫ້ງ​ແລ້ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໃຫ້​ຮູ້​ວ່າ ສູນ​ກາງ​ຈະ​ສະ​ໜອງ​ເງິນ​ເພື່ອ​ໃຫ້​ແຂວງ​ນິງ​ຖ້ວນ​ປະ​ຕິ​ບັດ​ວຽກ​ງານນີ້. ພ້ອມ​ກັນ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ສະ​ເໜີ​ແຂວງ​ນິງ​ຖ້ວນ ບໍ່​ປະ​ໃຫ້​ຄອບ​ຄົວ​ໃດໆ​ຖືກ​ອຶດ​ຫິວ, ລັດ​ຖະ​ບານ​ຈະ​ສະ​ໜອງ​ສະ​ບຽງ​ອາ​ຫານ​ຢ່າງ​ພຽ​ງ​ພໍໃຫ້​ແກ່​ປະ​ຊາ​ຊົນ​.  ໃນ​ຍາວ​ນານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຖືວ​່າ ແຂວງ​ນິງ​ຖ້ວນ​ຄວນ​ຂະ​ຫຍາຍ​ການ​ປູກ​ຕົ້ນ​ໄມ້​ແນວ​ບໍ່​ຕ້ອງ​ການ​ນ້ຳ​ຫົດ​ເຊັ່ນ: ອ້ອຍ, ສາ​ລີ, ໝາກ​ອະ​ງຸ່ນ…

ຂ່າວ/ບົດ​ອື່ນ