(vovworld)-“ເບື້ອງຫລັງພາບ” ແມ່ນຊື່ຂອງບົດປະພັນວັນນະຄະດີ ໄທ ໂດຍນັກປະພັນສີ ບູຣາພາ ປະດິດແຕ່ງ ຫາກໍແປເປັນພາສາຫວຽດ ແລະ ໄດ້ຮັບພິມຈຳຫນ່າຍຈາກສຳນັກພິມຈຳຫນ່າຍວັດນະຄະດີຫວຽດນາມ. ບົດປະພັນແມ່ນເວົ້າເຖິງເລື່ອງຄວາມຮັກລະຫວ່າງຊາຍຫນຸ່ມຜູ້ຫນຶ່ງ ແລະ ຜູ້ຍິງຄົນຫນຶ່ງ, ເຂົາເຈົ້າແມ່ນສອງຄົນທີ່ມືອາຍຸລື່ນກາຍກັນຫລາຍ ແລະ ຕຳແຫນ່ງວຽກງານໃນສັງຄົມກໍແຕກຕ່າງກັນ. ບົດປະພັນວັນນະຄະດີ ສະແດງໃຫ້ເຫັນສັງຄົມໄທໃນຊຸມປີຕົ້ນສັດຕະວັດທີ 20 ເມື່ອມີການຫັນປ່ຽນເທື່ອລະກ້າວ ແລະ ພົວພັນແລກປ່ຽນກັບວັດທະນະທຳຝ່າຍຕາເວັນຕົກ. ມາຮອດປະຈຸບັນ ບົດປະພັນວັນນະຄະດີດັ່ງກ່າວ ໄດ້ພິມຈຳຫນ່າຍເປັນ 40 ຄັ້ງ ແລະ ຜະລິດເປັນຮູບເງົາເປັນ 3 ຄັ້ງ, ສ້າງບົດລະຄອນ 1 ຄັ້ງ ແລະໄດ້ຮັບຄວາມນິຍົມຈາກຜູ້ອ່ານໄທ ກໍຄືຫລາຍປະເທດໃນໂລກເປັນຈຳນວນຫລວງຫລາຍ.