ບັນດາປະເທດສືບຕໍ່ປະຕິກິລີຍາກ່ຽວກັບມະຕິໃໝ່ຂອງສະພາຄວາມໝັ້ນຄົງ ສ. ປ.ຊ ກ່ຽວກັບການລົງໂທດ ສ.ປ.ປ. ເກົາຫຼີ

(VOVWORLD) -ທ່ານເອກອັກຄະລັດຖະທູດລັດເຊຍປະຈຳ ສ.ປ.ຊ Nebenzya ເນັ້ນໜັກວ່າ ຄວນມີຍຸດທະສາດການເມືອງເພື່ອແກ້ໄຂໂຄງການນິວເຄຼຍຂອງ ສ.ປ.ປ. ເກົາຫຼີເພາະບັນດາມາດຕະການລົງໂທດແມ່ນບໍ່ພຽງພໍ
ບັນດາປະເທດສືບຕໍ່ປະຕິກິລີຍາກ່ຽວກັບມະຕິໃໝ່ຂອງສະພາຄວາມໝັ້ນຄົງ ສ. ປ.ຊ ກ່ຽວກັບການລົງໂທດ ສ.ປ.ປ. ເກົາຫຼີ - ảnh 1 ທ່ານເອກອັກຄະລັດຖະທູດລັດເຊຍປະຈຳ ສ.ປ.ຊ Nebenzya

ວັນທີ 6 ສິງຫາ, ບັນດາປະເທດສືບຕໍ່ຊົມເຊີຍເລື່ອງສະພາຄວາມໝັ້ນຄົງ ສ. ປ.ຊ ຫາກໍຮັບຮອງເອົາມະຕິໃໝ່ກ່ຽວກັບການເພີ່ມທະວີການລົງໂທດ ສ.ປ.ປ. ເກົາຫຼີ, ພ້ອມທັງເນັ້ນໜັກວ່າ ຕ້ອງສົ່ງເສີມການເຈລະຈາໃໝ່ເພື່ອສາມາດແກ້ໄຂຄວາມເຄັ່ງຕຶງໃນປະຈຸບັນ. ທ່ານເອກອັກຄະລັດຖະທູດລັດເຊຍປະຈຳ ສ.ປ.ຊ Nebenzya ເນັ້ນໜັກວ່າ ຄວນມີຍຸດທະສາດການເມືອງເພື່ອແກ້ໄຂໂຄງການນິວເຄຼຍຂອງ ສ.ປ.ປ. ເກົາຫຼີເພາະບັນດາມາດຕະການລົງໂທດແມ່ນບໍ່ພຽງພໍ . ປະທານາທິບໍດີອາເມລິກາ Donald Trump ໄດ້ຕີລາຄາສູງເລື່ອງລັດເຊຍ ແລະ ຈີນປ່ອນບັດສະໜັບສະໜູນມະຕິໂດຍອາເມລິກາຮຽບຮຽງເພື່ອແນໃສ່ເພີ່ມທະວີການລົງໂທດ ສ.ປ.ປ. ເກົາຫຼີ.

     ໃນຖະແຫຼງການສະບັບໜຶ່ງເມື່ອວັນທີ 6 ສິງຫາ, ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ໄດ້ຊົມເຊີຍບັນດາຄຳສັ່ງລົງໂທດໃໝ່ຕ້ານ ສ.ປ.ປ.ເກົາຫຼີ. 

ຕອບກັບ

ຂ່າວ/ບົດ​ອື່ນ