ບັນດາຝ່າຍປະກອບອາວຸດຢູ່ ອີຣັກ ຖະແຫຼງບຸກໂຈມຕີຖານທີ່ໝັ້ນ 2 ແຫ່ງຂອງ ອາເມລິກາ ຢູ່ ຊີຣີ
(VOVWORLD) - ວັນທີ 14 ພະຈິກ, ກຸ່ມ “ຕໍ່ຕ້ານອິດສະລາມ” ຢູ່ ອີຣັກ ຖະແຫຼງວ່າ ໃນຊຸມວັນຜ່ານມາ, ໄດ້ມີແຜນບຸກໂຈມຕີແນໃສ່ເປົ້າໝາຍ 2 ຖານທີ່ໝັ້ນຂອງກຳລັງ ອາເມລິກາ ຢູ່ ຊີຣີ ເພື່ອໂຕ້ຕອບຄືນເລື່ອງ ອາເມລິກາ ໜູນຫຼັງໃຫ້ແກ່ ອິດສະຣາແອັນ ໃນການບຸກໂຈມຕີຄັ້ງຕ່າງໆແນໃສ່ເຂດ ກາຊາ.
ຖານທີ່ໝັ້ນການທະຫານ ອາເມລິກາ ຢູ່ ຊີຣີ (ພາບ: Tasnim) |
ຕາມນັ້ນແລ້ວ, ກຸ່ມ “ຕໍ່ຕ້ານອິດສະລາມ” ຢູ່ ອີຣັກ ໃຫ້ຮູ້ວ່າ ໄດ້ຂຶ້ນແຜນບຸກໂຈມຕີແນໃສ່ເປົ້າໝາຍຖານທີ່ໝັ້ນຂອງກຳລັງ ອາເມລິກາ ຢູ່ບໍ່ນ້ຳມັນ Al – Omar ຢູ່ ຊີຣີ ດ້ວຍເຮືອບິນບໍ່ມີຄົນຂັບລຳໜຶ່ງ, ພ້ອມກັບການດຳເນີນບຸກໂຈມຕີທີ່ຄ້າຍຄືກັນ ແນໃສ່ຖານທີ່ໝັ້ນແຫ່ງອື່ນຂອງ ອາເມລິກາ ທີ່ຕັ້ງຢູ່ເຂດ “ໝູ່ບ້ານສີຂຽວ” ຢູ່ເຂດຫ່າງໄກສອກຫຼີກໃນດິນແດນ ຊີຣີ.
ກ່ອນໜ້ານັ້ນ, ວັນທີ 13 ພະຈິກ, ຝ່າຍ ອາເມລິກາ ກໍແຈ້ງໃຫ້ຊາບວ່າ ບັນດາກຳລັງ ອາເມລິກາ ແລະ ສາກົນ ທີ່ປະຈຳການຢູ່ເຂດທາງທິດຕາເວັນອອກສ່ຽງເໜືອ ຊີຣີ ຖືກເຮືອບິນບໍ່ມີຄົນຂັບ ແລະ ລູກສອນໄຟບຸກໂຈມຕີ ຢ່າງໜ້ອຍສຸດ 4 ຄັ້ງ ໃນໄລຍະເວລາພຽງ 24 ຊົ່ວໂມງ. ເຖິງຢ່າງໃດກໍຕາມ, ບັນດາການບຸກໂຈມຕີນັ້ນ ພຽງແຕ່ກໍ່ຜົນເສຍຫາຍເລັກໜ້ອຍ ແລະ ບໍ່ມີຜູ້ເສຍຊີວິດ ແລະ ບາດເຈັບ.
ນັກຂ່າວ VOV ປະຈຳ ອີຢິບ