ບັນຫາຊາວອົບພະຍົບ:ບັນດາອົງການກູ້ໄພກູ້ຊີບຂອງ ສປຊ ຊົມເຊີຍຂໍ້ຕົກລົງຂອງ EU

(VOVWORLD) - ອົງການນີ້ຈະຊົມເຊີຍທຸກໆຂໍ້ຕົກລົງຂອງ ເອີລົບ ທີ່ມີວິທີສຳຜັດມຸ່ງໄປເຖິງຄວາມປອງດອງ ແລະ ການຮ່ວມມືເລິກເຊິ່ງ, ກ້ວາງຂວາງກ່ວາສຳລັບບັນຫາລີ້ໄພ
ບັນຫາຊາວອົບພະຍົບ:ບັນດາອົງການກູ້ໄພກູ້ຊີບຂອງ ສປຊ ຊົມເຊີຍຂໍ້ຕົກລົງຂອງ EU - ảnh 1 ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ

ວັນທີ 29 ມິຖຸນາ, ບັນດາອົງການກູ້ໄພກູ້ຊີບຂອງ ສປຊ ໄດ້ຊົມເຊີຍຂໍ້ຕົກລົງກ່ຽວກັບບັນຫາຊາວອົບພະຍົບທີ່ຫາກໍ່ບັນລຸໄດ້ລະຫວ່າງບັນດາການນຳສະຫະພາບເອີລົບ (EU), ພ້ອມທັງກະຕຸກຊຸກຍູ້ກຸ່ມນີ້ໃຫ້ບຸລິມະສິດບັນດາມາດຕະການເພື່ອແນໃສ່ຮັບປະກັນຊີວິດອິນຊີ ແລະ ຄວາມປອດໄພຂອງຊາວອົບພະຍົບ. ຜູ້ຕາງໜ້າຄົນໜຶ່ງຂອງຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພ (UNHCR) ໃຫ້ຮູ້ວ່າ: ອົງການນີ້ຈະຊົມເຊີຍທຸກໆຂໍ້ຕົກລົງຂອງ ເອີລົບ ທີ່ມີວິທີສຳຜັດມຸ່ງໄປເຖິງຄວາມປອງດອງ ແລະ ການຮ່ວມມືເລິກເຊິ່ງ, ກ້ວາງຂວາງກ່ວາສຳລັບບັນຫາລີ້ໄພ, ພິເສດແມ່ນບັນດາຂໍ້ຕົກລົງໄດ້ເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວຮັບປະກັນຊີວິດອິນຊີຂອງຊາວອົບພະຍົບຢູ່ທະເລ. ຕາມຕົວເລກ ສະຖິຕິຂອງ UNHCR ແລ້ວ, ໃນປີ 2018, ມີຜູ້ເສຍຊີວິດ ຫຼື ຫາຍສາບສູນຢູ່ທະເລເມດີແຕຣາເນກ່ວາ 1.000 ຄົນ.

        ໃນຂະນະນັ້ນ, ຜູ້ຕາງໜ້າຂອງອົງການອົບພະຍົບ ແລະ ຢູ່ອາໄສສາກົນ ສປຊ ຖືວ່າ: ທຸກໆມາດຕະການກ່ຽວກັບບັນຫາຊາວອົບພະຍົບຕ້ອງໄດ້ຮັບຄວາມເປັນເອກະພາບທົ່ວເອີລົບ, ຊ່ວຍໃຫ້ບັນດາປະເທດທີ່ປະເຊີນໜ້າກັບບັນຫາຊາວອົບພະຍົບຄື: ອີຕາລີ ແລະ ບັນດາສູນແກ້ໄຂລະບຽບການຮັບເອົາຊາວອົບພະຍົບຕ້ອງຕັ້ງຢູ່ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ