ປັບປຸງປະມວນກົດໝາຍແພ່ງຮັບປະກັນບັນດາສິດພື້ນຖານຂອງປະຊາຊົນ
ພາບປະກອບ
|
(vovworld) – ຕອນເຊົ້າວັນທີ 28/1, ຖານຂໍ້ມູນຂ່າວສານເອເລັກໂຕນິກຂອງລັດຖະບານໄດ້ຈັດຕັ້ງການໂອ້ລົມສົນທະນາທາງເຄືອຂ່າຍອິນເຕີເນັດດ້ວຍຫົວຂໍ້ວ່າ: “ປັບປຸງປະມວນກົດໝາຍແພ່ງຕອບສະໜອງຄວາມຮຽກຮ້ອງພັດທະນາຂອງປະເທດຊາດ”. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ເຮັດແຈ້ງກ່ຽວກັບຄວາມຈຳເປັນ, ກຳນົດທິດ, ຫຼັກການປັບປຸງປະມວນກົດໝາຍແພ່ງ, ບັນດາຈຸດໃໝ່ທີ່ເປັນພື້ນຖານຂອງຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) ເຊິ່ງຫາກໍ່ໄດ້ນຳມາຮັບເອົາຄຳເຫັນຂອງປະຊາຊົນ, ກົນໄກກຳນົດສິດທິມະນຸດ, ສິດຂອງພົນລະເມືອງທີ່ໄດ້ຫັນເປັນລະອຽດໃນຮ່າງປະມວນກົດໝາຍ. ຕາມທ່ານ ເຢືອງດັງເຫ້ວ, ຫົວໜ້າກົມກົດໝາຍແພ່ງ - ເສດຖະກິດ, ກະຊວງຍຸຕິທຳ ແລ້ວ, ເມື່ອທຽບໃສ່ປະມວນກົດໝາຍແພ່ງທີ່ພວມປະກາດໃຊ້, ຈຸດທີ່ເປັນໜ້າສົນໃຈຂອງຮ່າງປະມວນ ກົດໝາຍແພ່ງ (ສະບັບປັບປຸງ) ບໍ່ພຽງແຕ່ຍົກອອກບັນດາຮູບແບບກຳມະສິດເທົ່ານັ້ນ ຫາກຍັງຢັ້ງຢືນສິດຂອງເຈົ້າຂອງກຳມະສິດທັງໝົດລ້ວນແຕ່ໄດ້ຮັບການປ້ອງກັນຄືກັນ. ທ່ານ ເຢືອງດັງເຫ້ວ, ໄຈ້ແຍກວ່າ:
“ປະມວນກົດໝາຍແພ່ງຕ້ອງຖະແຫຼງໃຫ້ທົ່ວປວງຊົນຮູ້ວ່າ: ຫວຽດນາມ ມີບັນດາຮູບການກຳມະສິດຫຍັງ ແລະ ພິເສດບໍ່ພຽງແຕ່ຫັນບັນດາຮູບການກຳມະສິດເປັນລະອຽດເທົ່ານັ້ນ ຫາກຍັງຕ້ອງເວົ້າລະອຽດ. ໃນລັດຖະທຳມະນູນ, ບໍ່ສາມາດເວົ້າວ່າບັນດາເຈົ້າຂອງກຳມະສິດລ້ວນແຕ່ໄດ້ຮັບການປ້ອງກັນຄືກັນ ແຕ່ໃນປະມວນກົດໝາຍແພ່ງຕ້ອງລົງເລິກກ່ວາ. ນັ້ນແມ່ນພວກເຮົາຮັບເອົາບົດຮຽນຂອງບັນດາປະເທດກ້າວໜ້າ. ປະມວນກົດໝາຍແພ່ງຕ້ອງຫັນລັດຖະທຳມະນູນເປັນລະອຽດ ແລະ ສ້າງກົນໄກເພື່ອປະຕິບັດສິດໂດຍລັດຖະທຳມະນູນກຳນົດ.”