ປະຊາຄົມໂລກກ່າວປະນາມການຍິງປືນຄາດຕະກຳຢູ່ແດນໝາກ

 ປະຊາຄົມໂລກກ່າວປະນາມການຍິງປືນຄາດຕະກຳຢູ່ແດນໝາກ - ảnh 1
ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ມີ​ໜ້າ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ
(ພາບ: AFP)

(vovworld)-   ການ​ຍິງ​ປືນ​ຄາດ​ຕະ​ກຳ​ຄັ້ງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ແດນ​ໝາກ​ໃນ 2 ມື້​ທີ່​ຜ່ານ​ມາ​ທີ່​ໄດ້​ເຮັດ​ໃຫ້ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບນັ້ນ, ໄດ້​​ເຮັດ​ໃຫ້​ມີ​ຄວາມ​ວິ​ຕົກ​ກັ່ງ​ວົນ​ກ່ຽວ​ກັບ​ກໍ​ລະ​ນີ​ເກີດ​ການ​ບຸກ​ໂຈມ​ຕີ​​ແບບກໍ່​ການ​ຮ້າຍຄ້າຍ​ຄື​ກັນໃນ​ຂອບ​ເຂດ​ທົ່ວ​ເອີ​ລົບ. ປະ​ຊາ​ຄົມ​ໂລກ​ສືບ​ຕໍ່​ສະ​ແດງ​ຄວາມ​ໂກດ​ແຄ້ນ​ຕໍ່​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ສາ​ມານ​ຂອງ​ພວກກໍ່​ການ​ຮ້າຍ. ວັນ​ທີ 15/2, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແດນ​ໝາກ Thorning Schmidt ໄດ້​ກ່າວ​ປະ​ນາມ ການ​ຍິງ​ປືນ​ຄາດ​ຕະ​ກຳ​ຄັ້ງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ແດນ​ໝາກ​ໃນ 2 ມື້​ທີ່​ຜ່ານ​ມາ ແລະ ຖື​ວ່າ ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​​ແບບກໍ່​ການ​ຮ້າຍຕ້ານ​ແດນ​ໝາກ. ກ່ອນ​ໜ້ານັ້ນ, ຫຼາຍ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ໄດ້​ກ່າວ​ປະ​ນາມການ​ບຸກ​ໂຈມ​ຕີ​​ແບບກໍ່​ການ​ຮ້າຍ​ຢູ່​ແດນ​ໝາກ, ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ, ຝະ​ລັ່ງ, ຊູ​ແອດ, ເຢັຍ​ລະ​ມັນ….
ຂ່າວ/ບົດ​ອື່ນ