ທ່ານ ຫງວຽນທ້ຽນເຍີນ ມອບຂອງຂວັນໃຫ້ສະມາຄົມພະສົງ
ຮັກຊາດ ນະຄອນ ເກີນເທີ
(ພາບ: Duy Khương/TTXVN)
|
(vovworld) – ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນປີໃໝ່ Chol Chnam Thmay 2015 ຢູ່ສະມາຄົມສາມັກຄີພະສົງຮັກຊາດນະຄອນ ເກີນເທີ, ບັນດາວັດ ແລະ ພໍ່ແມ່ປະຊາຊົນຊາວ ຂະແມ ໃນບໍລິເວນນະຄອນ ເກີນເທີ.
ວັນທີ 16/4, ກ່າວຄຳເຫັນທີ່ສະມາຄົມສາມັກຄີພະສົງຮັກຊາດນະຄອນ ເກີນເທີ ແລະ ວັດ Muni Rang say (ເມືອງ ນິງກ່ຽວ), ທ່ານ ຫງວຽນທ້ຽນເຍີນ ຮຽກຮ້ອງສະມາຄົມສາມັກຄີພະສົງຮັກຊາດນະຄອນ ເກີນເທີ ສືບຕໍ່ສົບທົບກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການ, ອົງການຈັດຕັ້ງມະຫາຊົນນະຄອນ ເກີນເທີ ປະຕິບັດວຽກງານຫລຸດຜ່ອນຄວາມທຸກຍາກໃຫ້ພໍ່ແມ່ປະຊາຊົນຊົນເຜົ່າໃນບໍລິເວນ, ເບິ່ງແຍງດູແລເຖິງເລື່ອງຮຽນວັດທະນະທຳໃຫ້ແກ່ພໍ່ແມ່ປະຊາຊົນ, ປະຕິບັດວຽກງານສົມທົບກັນເປັນຢ່າງດີ, ເພີ່ມທະວີວຽກງານຂົນຂວາຍ, ໜູນຊ່ວຍເພື່ອມີເງິນກໍ່ສ້າງໂຮງຮຽນສົງ ນິກາຍ ນາມຕົງ ຂະແມ ໃນບໍລິເວນ. ທ່ານ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ: ແຜນນະໂຍບາຍລວມຂອງລັດ ຫວຽດນາມ ແມ່ນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທຸກຄົນມີຄວາມເສລີ, ສະເໝີພາບໃນການເຄື່ອນໄຫວສາສະໜາ, ເພີ່ມທະວີການຂົນຂວາຍ, ສົມທົບກັນປະກອບສ່ວນເພື່ອກໍ່ສ້າງ: ວັດ, ໂຮງຮຽນສົງຕາມເງື່ອນໄຂຂອງແຕ່ລະທ້ອງຖິ່ນ.