ປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເຈລະຈາກັບປະທານາທິບໍດີ ສ. ໄອແລນ


ປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເຈລະຈາກັບປະທານາທິບໍດີ ສ. ໄອແລນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ແລະ
ປະ​ທາ​ນາ​ທິ​ບໍ​ດີ​ ສ. ໄອ​ແລນ Olafur Ragna Grimsson

(vovworld)- ຕອນ​ເຊົ້າ​ວັນ​ທີ 4/11, ພິ​ທີ​ຕ້ອນ​ຮັບ​ທ່ານ Olafur Ragna Grimsson ປະ​ທາ​ນາ​ທິ​ບໍ​ດີ​ ສ. ໄອ​ແລນ ແລະ ພັນ​ລະ​ຍາ ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ​ຫວຽດ​ນາມ. ພາຍຫຼັງພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ​ ສ. ໄອ​ແລນ Olafur Ragna Grimsson ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ສະ​ເໜີ 2 ປະ​ເທດ​ຈົ່ງ​ເພີີ່ມ​ທະ​ວີ​ການ​ພົບ​ປະແລກ​ປ່ຽນໃນ​ຂັ້ນ​ຕ່າງໆ. ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ​ ສ. ໄອ​ແລນ Olafur Ragna Grimsson ໃຫ້​ຮູ້​ວ່າ ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ. ປະ​ທາ​ນາ​ທິ​ບໍ​ດີ​ ສ. ໄອ​ແລນ Olafur Ragna Grimsson ໃຫ້​ຮູ້​ວ່າ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ຢູ່​ຫວຽດ​ນາມ​ກ່ຽວ​ກັບ​ການ​ຈັບ​ຫາ​ສິນ​ໃນ​ນ້ຳ ແລະ ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ຊຸກ​ຍູ້​ການ​ຮ​່ວມ​ມື​ລະ​ຫວ່າງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ 2 ປະ​ເທດ…

     ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ​ ສ. ໄອ​ແລນ Olafur Ragna Grimsson ກໍ​ຍັງ​ແລກ​ປ່ຽນ​ບາງ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ 2 ທ່ານຍ​ນັງ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ. ໃນ​ການ​ປະ​ຊຸມ​ກັບ​ນັກ​ຂ່າວ​ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງກ່າວ​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ເຫັນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ໄອ​ແລນ​ມີ​ທ່າ​ແຮງ ແລະ ຫວຽດ​ນາມ​ມີ​ຄວາມ​ຕ້ອງ​ການ. ຂ້າ​ພະ​ເຈົາ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຊຸກ​ຍູ້​ໃຫ້​ສຳ​ເລັດ​ການ​ເຈ​ລະ​ຈາ ແລະ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຸ່ມ​ການ​ຄ້າ​ເສ​ລີ​ເອ​ີ​ລົບ. ພວ​ກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນວ່າ ສັນ​ຍານີ້ ຈະ​ເປີດ​ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່​ໃຫ້​ແກ່ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ”.
ຂ່າວ/ບົດ​ອື່ນ