ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສະພາສູງກຳປູເຈຍ Samdech Say Chhum

ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສະພາສູງກຳປູເຈຍ Samdech Say Chhum - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ຕ້ອນ​ຮັບ ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Samdech Say Chhum

(vovworld)- ທີ່​ການ​ຕ້ອນ​ຮັບ ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Samdech Say Chhum ​ ໃນ​ຕອນ​ບ່າຍ ວັນ​ທີ 16/12, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ຜົນ​ງານ​ຊື່ງ ກຳ​ປູ​ເຈຍ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ ແລະ​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ ຊົມ​ເຊີຍ​ໝາກ​ຜົນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ແລະ ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Samdech Say Chhum ​ ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ສອງ​ຝ່າຍ​ຈະ​ຍູ້​ແຮງ​ການ​ຮ່ວມ​ມືກວ່າ​ອີກ​ໃນ​ຂົງ​ເຂດ​ນິ​ຕິ​ບັນ​ຍັດ​ເວົ້າ​ສະ​ເພາະ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ.

        ສ່ວນ​ທ່ານປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Samdech Say Chhum ​ ແບ່ງ​ປັນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ກຳ​ປູ​ເຈຍ ໃນ​ໄລ​ຍະ​ມໍ່ໆ​ມານີ້ ມີ​ສ່ວນ​ບຸກ​ຄົນ​ຈຳ​ນວນ​ຫນຶ່ງ​ຂຶ້ນ​ກັບ​ພັກ​ຝ່າຍ​ຄ້ານ​ມີ​ການ​ກະ​ທຳ​ແບ່ງ​ແຍກ, ລະ​ເມີດ​ກົດ​ໝາຍ. ທ່ານ Say Chhum ເນັ້ນ​ຫນັກ​ວ່າ ນັ້ນ​ບໍ່​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ ຫາກ​ແມ່ນ​ການ​ລະ​ເມີດ​ກົດ​ໝາຍ.

 

 

ຂ່າວ/ບົດ​ອື່ນ