ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງກອນຕູມ
ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກກັບຕຳຫຼວດແຂວງກອນຕູມ
(ພາບ: cand.com.vn)
(vovworld) – ຕອນບ່າຍວັນທີ 22/9 ແລະ ວັນທີ 23/9, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະປະຕິບັດງານສູນກາງໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກອນຕູມ. ເມື່ອເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກອນຕູມ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ແຂວງ ກອນຕູມ ຄວນຍູ້ແຮງການຫັນກະສິກຳເປັນອຸດສາຫະກຳ, ກວດກາການວາງແຜນກຳນົດ, ແກ້ໄຂສະພາບການຂາດທີ່ດິນທຳການຜະລິດຂອງພໍ່ແມ່ປະຊາຊົນ, ທ່ານປະທານປະເທດ ເຈືອງເຕີນຊາງ ກໍ່ສະເໜີໃຫ້ແຂວງສົມທົບກັບບັນດາກະຊວງ, ຂະແໜງການຄິດໄລ່ຄືນເນື້ອທີປ່າ ແລະ ດິນປ່າເພື່ອແນໃສ່ນຳໃຊ້ຢ່າງມີປະສິດທິຜົນ ທັງຮັບປະກັນຊີວິດຂອງປະຊາຊົນ, ພັດທະນາເສດຖະກິດ, ທັງປົກປັກຮັກສາສິ່ງແວດລ້ອມ:
“ໄປຄຽງຄູ່ກັບການຮັກສາປ່າປ້ອງກັນ, ໃນແຜນກຳນົດປ່າ ແລະ ດິນປ່າ, ທາງແຂວງຄວນສະຫງວນເນື້ອທີ່ດິນທີ່ຈຳເປັນເພື່ອພັດທະນາຕົ້ນໄມ້ອຸດສາຫະກຳໄລຍະຍາວ, ກໍ່ຄືຕົ້ນໄມ້ອຸດສາຫະກຳໄລຍະສັ້ນ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າກໍ່ສະເໜີວ່າ: ເມື່ອວາງແຜນກຳນົດປ່າ ແລະ ດິນປ່າຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກະຊວງກະສິກຳ ແລະ ທ້ອງຖີ່ນ. ເດັດດຽວສະເໜີກັບອົງການກ່ຽວຂ້ອງບັນດານະໂຍບາຍທີ່ຈຳເປັນເພື່ອພັດທະນາເສດຖະກິດປ່າ.”
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ລົງຢ້ຽມຢາມຕາແສງ ຊາລອງ, ເມືອງງອກໂຮ່ຍ ແລະ ເມືອງ ກອນ - ປລົງ, ເຂົ້າຮ່ວມພິທີມອບງົວພັນໃຫ້ 50 ຄອບຄົວທຸກຍາກ, ຄອບຄົວນອນໃນເປົ້າໝາຍນະໂຍບາຍໃນໂຄງການທະນາຄານງົວ - ຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນບັນດາແຂວງເຂດຊາຍແດນກໍ່ສ້າງຊົນນະບົດໃໝ່, ສຳຫຼວດກວດກາຢູ່ເຂດເສດຖະກິດຊາຍແດນສາກົນ ເບີ່ອີ ນອນໃນເຂດຊາຍແດນ 3 ແຍກລະຫວ່າງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.