ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະຫຼຸບໂຄງການງົວພັນຊ່ວຍຜູ້ທຸກຍາກເຂດຊາຍແດນ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະຫຼຸບໂຄງການງົວພັນຊ່ວຍຜູ້ທຸກຍາກເຂດຊາຍແດນ - ảnh 1
​​ພິ​ທີ​ສະ​ຫຼຸບ​ໂຄງ​ການ “ງົວ​ພັນ​ຊ່ວຍ​ຜູ້​ທຸກ​ຍາກ​ເຂດ​ຊາຍ​ແດນ”
(ພາບ: qdnd)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 11/12, ຢູ່​ແຂວງ​ຮ່າ​ຢາງ, ​ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ກອງ​ທັບ Viettel ໄດ້​ສົມ​ທົບ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ຢາງ ຈັດ​ຕັ້ງ​ພິ​ທີ​ສະ​ຫຼຸບ​ໂຄງ​ການ “ງົວ​ພັນ​ຊ່ວຍ​ຜູ້​ທຸກ​ຍາກ​ເຂດ​ຊາຍ​ແດນ”. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ເສັ້​ນ​ຊາຍ​ແດນ​ແຫ່ງ​ຊາດ ແມ່ນ​ໜ້າ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ ສຳ​ລັບ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ… ເພາະ​ສະ​ນັ້ນ, ໂຄງ​ການ “ງົວ​ພັນ​ຊ່ວຍ​ຜູ້​ທຸກ​ຍາກ​ເຂດ​ຊາຍ​ແດນ” ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ເພື່ອ​ແນ​ໃສ່​ຄວາມ​ຕັດ​ສິນ​ໃຈ​ເບິ່ງ​ແຍງ​ດູ​ແລ​ໃຫ້​ປະ​ຊາ​ຊົນ​ບັນ​ເຜົ່າ​ເຂດ​ຊາຍ​ແດນ ແລະ ວຽກ​ງານ​ປ້ອງ​ກັນ​ຊາຍ​ແດນ. ທ່ານ​ປະ​ທ​ານ​ປະ​ເທດ​ສະ​ເໜີ​ວ່າ.

      “ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທ້ອງ​ຖ​ິ່ນ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ ສືບ​ຕໍ່​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ບັນ​ດາ​ຄອບ​ຄົມ​ທຸກ​ຍາກ. ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ ເພື່ອ​ໃຫ​້​ທົ່ວ​ປະ​ເທດ​ຍາມ​ໄດ​ກໍ​ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ, ເຊື່ອມ​ຊຶມ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ ພ້ອມ​ກັບ​ປະ​ຊາ​ຊົນ, ອຳ​ນາດ​ການ​ປົກ​ຄອ​ງ, ອົງ​ຄະ​ນະ​ພັກທ້ອ​ງ​ຖິ່ນ​ຕ່າງໆ ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ບັນ​ດາ​ປະ​ຊາ​ຊົນ​ໃຫ້​ນັບ​ມື້​ນັບ​ດີກວ່າ, ສ້າງ​ເສັ້ນ​ຊາຍ​ແດນ​ນັບ​ມື້​ນັບ​ມີ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”.

ຂ່າວ/ບົດ​ອື່ນ