ປະທານປະເທດເຈືອງເຕີນຊາງເຮັດວຽກກັບຄະນະອະທິການບໍດີມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ
(ປະທານປະເທດເຈືອງເຕີນຊາງເຮັດວຽກກັບ
ຄະນະອະທິການບໍດີມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ)
(vovworld) – ຕອນເຊົ້າວັນທີ 25/02, ກ່າວຄຳເຫັນທີ່ການເຮັດວຽກກັບຄະນະອະທິການບໍດີ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຍ້ອງຍໍບັນດາຜົນງານຂອງໂຮງຮຽນໃນໄລຍະຜ່ານມາ, ພ້ອມທັງຖືວ່າ ບັນດາບາດກ້າວຂອງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຕອບສະໜອງໄດ້ຮູບແບບໃໝ່, ມີຄວາມກ້າວໜ້າ, ເຊື່ອມໂຍງເຂົ້າກັບໂລກເທື່ອລະກ້າວ ແລະ ສະແດງໃຫ້ເຫັນການນຳໜ້າໃນວຽກງານສຶກສາບຳລຸງສ້າງ. ພ້ອມກັບນັ້ນ, ທ່ານປະທານປະເທດກໍໃສ່ໃຈ ຕ້ອງມີບາດກ້າວບຸກທະລຸຢ່າງແຮງກວ່າອີດ ເພື່ອສ້າງເປັນມະຫາວິທະຍາໄລທີ່ກ້າວໜ້າລະດັບພາກພື້ນ, ຮັບໃຊ້ການພັດທະນາຂອງປະເທດຊາດຢ່າງມີປະສິດທິຜົນ.
“ເລື່ອງເອົາໃຈໃສ່ເບິ່ງແຍງບັນດາມາຫາວິທະຍາໄລຄືມະຫາວິທະຍາໄລແຫ່ງຊາດ ແມ່ນຖືກຕ້ອງ ແລະ ບໍ່ພຽງແຕ່ຢຸດຢູ່ top 190 ຫຼື 200 ຂອງອາຊີເທົ່ານັ້ນ, ຫາກຕ້ອງພັດທະນາຢ່າງໄວກວ່າອີກ. ບັນດາມະຫາວິທະຍາໄລຈຸດສຸມຄືມະຫາວິທະຍາໄລແຫ່ງຊາດ ຕ້ອງບັນລຸທີ່ຕັ້ງສູງກວ່າອີກໃນພາກພື້ນອາຊີ. ຖ້າເຮັດຄືແນວນັ້ນໄດ້, ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝຈຶ່ງບັນລຸຜົນສຳເລັດໄດ້”.