ການເຈລະຈາລະຫວ່າງ 2 ຄະນະ
|
(vovworld) – ຕອນບ່າຍວັນທີ 8/11, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນປະທານພິທີຕ້ອນຮັບທ່ານ ຈ໋າງເຕີຈ໋ຽງ, ກຳມະການຜູ້ປະຈຳການກົມການເມືອງ, ຫົວໜ້າກຳມະການສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຈີນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງການນຳພັກ, ລັດ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ພາຍຫຼັງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ແລະ ພາຍຫຼັງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 14 ຂອງ ຫວຽດນາມ.
ພາຍຫຼັງພິທີຕ້ອນຮັບ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ຫວຽດນາມ.ທ່ານນາງ ຫງວຽນທິກິມເງິນ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານ ຈ໋າງຕີຈ໋ຽງ ຈະປະກອບສ່ວນສືບຕໍ່ຮັກສາ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນຳການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາແບບຍືນຍົງ, ສະຖຽນລະພາບ, ຍາວນານ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຍດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ໃນໄລຍະຈະມາເຖິງ. ທ່ານ ຈ໋າງຕີຈ໋ຽງ ຢັ້ງຢືນວ່າ: ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ 2 ຝ່າຍປັບປຸງ ແລະ ພັດທະນາການພົວພັນ 2 ພັກ, 2 ລັດ ກໍ່ຄືເພີ່ມທະວີການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດຂອງ 2 ປະເທດ. ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ: ຫວຽດນາມ ສະໜັບສະໜູນ 2 ຝ່າຍແລກປ່ຽນບົນຈິດໃຈມິດຕະພາບ ແລະ ສ້າງສັນ, ແລກປ່ຽນຢ່າງກົງໄປກົງມາກ່ຽວກັບການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ... ສະເໜີໃຫ້ 2 ຝ່າຍເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ, ພິເສດແມ່ນ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາບົນທະເລ”, ເຄົາລົບບັນດາຜົນປະໂຫຍດເປັນທຳຂອງກັນເໝາະສົມກັບສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ປາດຖະໜາຢາກໃຫ້ສືບຕໍ່ພ້ອມກັບຈີນ ແລະ ບັນດາປະເທດ ອາຊຽນ ປະຕິບັດຖະແຫຼງການກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຍູ້ແຮງຄວາມຄືບໜ້າໃນການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).
ກ່ອນໜ້ານັ້ນ, ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຈີນ ໄດ້ໄປວາງພວງມາລາ ແລະ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ.