(VOVWORLD)- ດ້ວຍການສະໜັບສະໜູນຂອງທ່ານນາງປະທານສະພາແຫ່ງຊາດ Tanzania, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຈະໄດ້ຮັບການຊຸກຍູ້ຢ່າງແຮງກ່ວາອີກ,
ທ່ານາງ Tulia Ackson (ພາບ: dailynews.co.tz)
ເນື່ອງໃນໂອກາດທ່ານນາງ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ປະເທດສາທາລະນະລັດ ເອກະພາບ Tanzania ໃມວັນທີ 1 ກຸມພາປີ 2022, ວັນທີ 14 ກຸມພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສົ່ງຈົດໝາຍອວຍພອນ.
ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ສະແດງຄວາມເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ດ້ວຍການສະໜັບສະໜູນຂອງທ່ານນາງປະທານສະພາແຫ່ງຊາດ Tanzania, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຈະໄດ້ຮັບການຊຸກຍູ້ຢ່າງແຮງກ່ວາອີກ, ປະກອບສ່ວນນຳການພົວພັນ ແລະ ຮ່ວມມືລະຫວ່າງ ຫວຽດນາມ-Tanzania ນັບມື້ນັບພັດທະນາທັງລວງກ້ວາງ ແລລະ ລວງເລິກ ເພື່ອຜົນປະໂຫຍດອັນແດຈິງຂອງ ປຊຊ ສອງປະເທດ.