ປະທານສະພາແຫ່ງຊາດເຂົ້າຮ່ວມວາລະ ໄຂກອງປະຊຸມຄັ້ງທີ 5, ສະພາປະຊາຊົນນະຄອນຮ່າໂນ້ຍ

ປະທານສະພາແຫ່ງຊາດເຂົ້າຮ່ວມວາລະ ໄຂກອງປະຊຸມຄັ້ງທີ 5, ສະພາປະຊາຊົນນະຄອນຮ່າໂນ້ຍ - ảnh 1
ທີ່ວາລະ​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 5, ສະພາ​ປະຊາຊົນນະຄອນ​ຮ່າ​ໂນ້ຍ
( ພາບ: ktdt.com.vn )


(vovworld) – ​ ຕອນ​ເຊົ້າ​ວັນ​ທີ່ 10/7, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ເຂົ້າ​ຮ່ວມວາລະ​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 5, ສະພາ​ປະຊາຊົນນະຄອນ​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ບັນດາຈຸ​ດໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ, ສັງຄົມ, ຮັບປະກັນປ້ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບຂອງ​ນະຄອນ ​ແລະ ຖື​ວ່າ ບັນດາໝາກຜົນ​ດັ່ງ​ກ່າວ ຈະ​ແມ່ນ​ປະຖົມ​ປັດ​ໃຈ​​ປ​ະກອບ​ສ່ວນ​ສຳຄັນ​​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສູນ​ກາງ ​ແລະ ຂອງ​ນະຄອນ​​ໃນ​ປີ 2012 ​ສຳ​ລັດ​ຜົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້ການ​ນຳ​ນະຄ​ອນ ​ແລະ ປະຊາຊົນ​ນະຄອນ​ຫຼວງ ສືບ​ຕໍ່​ຜັນ​ຂະຫຍາຍ​​ມາດ​ຕະການຕ່າງໆ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນເພື່ອ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ພ້​ອມທັງ​ຮັກສາຄາດ​ໝາຍເຕີບ​ໂຕ​ດ້ານ​ເສດຖະກິດ, ຮັບປະກັນ​ຊີວິດ​ສັງຄົມ​​ໃຫ້​ໄດ້.

ຂ່າວ/ບົດ​ອື່ນ