ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງຕ້ອນຮັບບັນດາຫົວໜ້າສຳນັກງານຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດຊຶ່ງຫາກໍໄດ້ຮັບການແຕ້ງຕັ້ງ
|
(vovworld)- ຕອນບ່າຍວັນທີ 22/7, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດຊຶ່ງຫາກໍໄດ້ຮັບການແຕ້ງຕັ້ງ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ ໃນສະພາບການໂລກພວມມີການຜັນແປໄປຢ່າງສັບສົນ, ໃນນັ້ນ ມີຫຼາຍກາລະໂອກາດ ແລະ ສິ່ງທ້າທາຍ, ຊຶ່ງຮຽກຮ້ອງໃຫ້ບັນດານັກການທູດ ຄວນຍາດແຍງບັນດາກາລະໂອກາດຮ່ວມມືທີ່ມີຜົນປະໂຫຍດໃຫ້ທັງ 2 ຝ່າຍໃນຫຼາຍດ້ານ, ຜ່ານຜ່າສິ່ງທ້າທາຍຢ່າງມີໄຫວພິບ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ ປະຊາຊົນຫວຽດນາມ ແລະ ມວນມະນຸດໃນໂລກລ້ວນແຕ່ຮັກຫອມສັນຕິພາບ, ຍາມໃດກໍຫວັງມີການຮ່ວມມື, ເພາະສະນັ້ນບັນດານັກການທູດຄວນຊຸກຍູ້ການຮ່ວມມືຢ່າງຮອບດ້ານກັບປະເທດຕ່າງໆ, ເຮັດໃຫ້ໂລກເຂົ້່າໃຈຢ່າງເລິກເຊິ່ງກ່ຽວກັບມະນຸດ, ວັດທະນະທຳ ແລະ ມູນເຊື້ອຂອງຊາດຫວຽດນາມ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເຊື່ອໝັ້ນວ່າ ດ້ວຍມູນເຊື້ອການທູດ ແລະ ບົດຮຽນຂອງຕົນ, ບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດຈົ່ງເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນ, ເພີ່ມທະວີການຊຸກຍູ້ການຮ່ວມມືລັດຖະສະພາ, ຍາດແຍງການສະໜັບສະໜູນຂອງສະພາແຫ່ງຊາດປະເທດຕ່າງໆໃຫ້ແກ່ການພັດທະນາຢູ່ພາຍໃນປະເທດຊາດ, ກໍຄືສົມທົບເພື່ອຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດສາກົນ IPU ຢູ່ຮ່າໂນ້ຍໃນປີ 2015 ຢ່າງສຳເລັດຜົນ.