ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ອວຍພອນປະທານສະພາຕ່ຳ ກາຊັກສະຖານຄົນໃໝ່
(VOVWORLD) -ໃນໂທລະເລກອວຍພອນ, ທ່ານເວືອງດິ່ງເຫ້ວ ໄດ້ອວຍພອນທ່ານ Erlan Zhakanovich Koshanov ບັນລຸຜົນສຳເລັດໃນໜ້າທີ່ຕຳແໜ່ງຂອງຕົນ, ທ່ານ ເວືອງດິ່ງເຫ້ວສະແດງຄວາມເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງປະທານສະພາຕ່ຳ ການພົວພັນຮ່ວມມືລະຫວ່າງ ອົງການນິຕິບັນຍັດ ສອງປະເທດຈະສືບຕໍ່ໄດ້ຮັບການຍູ້ແຮງ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ (ພາບ: VOV) |
ເນື່ອງໃນໂອກາດທີ່ທ່ານ Erlan Zhakanovich Koshanov ໄດ້ຮັບເລືອກຕັ້ງເປັນປະທານສະພາຕ່ຳກາຊັກສະຖານ, ຕາງໜ້າສະພາແຫ່ງຊາດຫວຽດນາມ ແລະ ໃນນາມສ່ວນຕົວ, ທ່ານປະເທດສະພາແຫ່ງຊາດ ເວືອງດິ່ງເຫ້ວໄດ້ສົ່ງໂທລະເລກອວຍພອນ. ໃນໂທລະເລກອວຍພອນ, ທ່ານເວືອງດິ່ງເຫ້ວ ໄດ້ອວຍພອນທ່ານ Erlan Zhakanovich Koshanov ບັນລຸຜົນສຳເລັດໃນໜ້າທີ່ຕຳແໜ່ງຂອງຕົນ, ທ່ານ ເວືອງດິ່ງເຫ້ວສະແດງຄວາມເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນຂອງປະທານສະພາຕ່ຳ ການພົວພັນຮ່ວມມືລະຫວ່າງ ອົງການນິຕິບັນຍັດ ສອງປະເທດຈະສືບຕໍ່ໄດ້ຮັບການຍູ້ແຮງ, ປະກອບສ່ວນນຳການພົວພັນມິດຕະພາບແລະການຮ່ວມມືທີ່ດີງາມ ລະຫວ່າງຫວຽດນາມ ແລະກາຊັກສະຖານໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງແລະມີປະສິດທິຜົນ, ເພື່ອຜົນປະໂຫຍດແທດຈິງຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນແລະ ໂລກ