ປະທານສະພາແຫ່ງຊາດ Nguyen Sinh Hung ເຮັດວຽກກັບການນຳຫຼັກແຫຼ່ງນະຄອນ ໂຮ່ຈີມິນ

ປະທານສະພາແຫ່ງຊາດ Nguyen Sinh Hung ເຮັດວຽກກັບການນຳຫຼັກແຫຼ່ງນະຄອນ ໂຮ່ຈີມິນ - ảnh 1
ທ່ານປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງນະຄອນ ​ໂຮ່ຈີ​ມິນ
( ພາບ: baomoi.com )


(vovworld) - ວັນ​ທີ 24/8, ທ່ານປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ພ້ອມ​ກັບ​ຄະນະ​ຜູ້​ແທນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ໝູ່​ຄະນະ​ການ​ນຳ​ທີ່​ຫຼັກ​ແຫຼ່ງຂອງ​ນະຄອນ ​ໂຮ່ຈີ​ມິນ. ທີ່​ການ​ເຮັດ​ວຽກ, ຕ່າງ​ໜ້າ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ທ່ານປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ນະຄອນ​ໃນ​ການ​ພະຍາຍາມ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ປະຕິບັດ​ມະຕິ 11 ຂອງ​ພັກ​, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ມະຕິ​ຂອງ​ອົງຄະ​ນະ​ພັກ​ນະຄອນສຳ​ເລັດ​ຜົນ. ທ່ານປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ທາງ​ນະຄອນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ທ່າ​ແຮງ, ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ ​ແລະ ທີ່​ຕັ້ງ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ເພື່ອ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ຄວາມ​ຫຍຸ້ງຍາກ, ພິ​ເສດ​ແມ່ນ​ພື້ນຖານ​ໂຄງ​ລ່າງ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສູ້​ຊົນ​ກໍ່ສ້າງ​ນະຄອນ​ໃຫ້​ກາຍ​ເປັນ​ນະຄອນ​ສີວິ​ໄລ, ທັນ​ສະ​ໄໝ ພັດທະນາ​ຖາວອນ: ນຳ​ໜ້າ​ໃນ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸ​ດສາ​ຫະກຳ ​ແລະ ທັນ​ສະ​ໄໝ. ທ່ານປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ, ​ເພື່ອ​ປະຕິບັດ​ສຳ​ເລັດ​ແຜນການ​ປີ 2012, ​ແຜນການ 5 ປີ 2015-2020, ທາງ​ນະຄອນ​ຄວນ​ມານະ​ພະຍາຍາມ​ກວ່າ​ອີກ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ, ຖື​ວ່າ​ນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸມ; ​ແກ້​ໄຂ​ໜີ້​ເສຍ; ມີ​ມາດ​ຕະການ​ຮັກສາ​ລາຄາ​ເປັນ​ປົກກະຕິ ​ໄປ​ຄຽງ​ຄູ່​ກັບ​ການ​ກະ​ຕຸກ​ຊຸກຍູ້​ຕະຫຼາດ; ສ້າງ​ພື້ນຖານ​ພັດທະນາ​ຕະຫຼາດ​ການ​ເງິນ, ​ເງິນຕາ.

ຂ່າວ/ບົດ​ອື່ນ