ປະທານສານປະຊາຊົນສູງສຸດເຈືອງຮ່ວາບິ່ງຢ້ຽມຢາມແລະເຮັດວຽກຢູ່ເມືອງເກາະຟຸ໋ກວ໋ກ

ປະທານສານປະຊາຊົນສູງສຸດເຈືອງຮ່ວາບິ່ງຢ້ຽມຢາມແລະເຮັດວຽກຢູ່ເມືອງເກາະຟຸ໋ກວ໋ກ - ảnh 1
ປະທານສານປະຊາຊົນສູງສຸດເຈືອງຮ່ວາບິ່ງ
ຢ້ຽມຢາມແລະເຮັດວຽກຢູ່ເມືອງເກາະຟຸ໋ກວ໋ກ
(ພາບ: congly)

(vovworld) –​ ​ ​​​​ຕອນ​ບ່າຍ​ວັນ​ທີ 21/02, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ເຈືອງ​ຮ່​ວາ​ບິ່ງ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ເມືອງ​ ​ຟຸ໋​ກ໋ວກ, ແຂວງ​ກຽນ​ຢາງ. ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກຽນ​ຢາງ, ທ່ານ ເຈືອງ​ຮ່​ວາ​ບິ່ງ ຢືນ​ຢັນ​ວ່າ ຟຸ໋​ກ໋ວກ ແມ່ນ​ເມືອງ​ຈຸດ​ສຸມ, ມ​ີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຫຼາຍ​ຢ່າງ​ຂອງ​ແຂວງ ​ກຽນ​ຢາງ ແລະ ທົ່ວ​ປະ​ເທດ. ແຂວງ ກຽນ​ຢາງ ແລະ ເມືອງ ຟຸ໋​ກ໋ວກ ຕ້ອງ​ມີ​ການ​ລົງ​ທຶນ​ຢ່າງ​​ແຂງ​ແຮງກວ່າ, ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແຮງກວ່າ​ອີກ ເພື່ອ​ໃຫ້​ຮູບ​ແບບ​ເຂດ​ເສດ​ຖະ​ກິດ​ພິ​ເສດ ຟຸ໋​ກ໋ວກ ບັນ​ລຸ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດກວ່າ.

      ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ເຈືອງ​ຮ່​ວາ​ບິ່ງ ກໍ​ໄດ້​ໄປ​ຢ້ຽມ​ຢ​ຍາມ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ທະ​ຫານ​ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ​ລ​ູ​ເຕົ້າ​ຂອງພະ​ນັກ​ງານ, ນັກ​ຮົບ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​​ຮຽນ​ເກັ່ງ ແລະ ພະ​ນັກ​ງານ, ນັກ​ຮົບ​ກອງ​ບັນ​ຊາ​ການທະ​ຫານ​ເຮືອ​ເຂດ 5, ພະ​ນັກ​ງານ, ນັກ​ຮົບ​ກອງ​ບັນ​ຊາ​ການ​ຕຳ​ຫຼວດ​ທະ​ເລ 4.

ຂ່າວ/ບົດ​ອື່ນ