ປະທານາທິບໍດີປາແລດສະຕີນໃຫ້ຄຳໝັ້ນສັນຍາເຊື່ອມຕໍ່ການເຈລະຈາສັນຕິພາບ

 ປະທານາທິບໍດີປາແລດສະຕີນໃຫ້ຄຳໝັ້ນສັນຍາເຊື່ອມຕໍ່ການເຈລະຈາສັນຕິພາບ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ  Mahmoud Abbas
ພາບ:TTXVN

(vovworld)- ​ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ​ພາຍ​ຫລັງ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຢູ່ ນະ​ຄອນ Ramallah, ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ  Mahmoud Abbas ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ ອິດ​ສະ​ຣາ​ແອນ ບົນ​ພື້ນ​ຖານ​ບັນ​ດາ​ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ ອາ​ຣັບ ແລະ ບັນ​ດາ​ມະ​ຕິ​ຂອງ     ສ​ປ​ຊ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Abbas ຢື​ນ​ຢັນ​ວ່າ: ອິດ​ສະ​ຣາ​ແອນ ບໍ່​ສາ​ມາດ​ບັນ​ລຸ​ສັນ​ຕິ​ພາບ​ຜ່ານ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຕ້ານ ປາ​ແລດ​ສະ​ຕີນ ຫລື ບັນ​ດາ​ມາດ​ຕະ​ການ​ຈຳ​ແນກ​​ເຜົ່າ​ພັນ ແລະ ສືບ​ຕໍ່​ກັກ​ຂັງ​ນັກ​ໂທດ​ນັບ​ພັນໆ​ຄົນ. ການ​ນຳ ອຳ​ນາດ​ການ​ປົກ​ຄອງ ປາ​ແລດ​ສະ​ຕີນ ໄດ້​ແລກ​ປ່ຽນ​ຄຳ​ເຫັນ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ່​ຫລ້າ​ສຸດ​ກ່ຽວ​ຂ້ອງ​ເຖິງວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ການ​ຊອກ​ຫາ​ມະ​ຕິ​ສະ​ບັບ​ຫນຶ່ງ​ຂອງ ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ. ທ່ານ Abbas ກ່າວ​ປະ​ນາມ​ຢ່າງ​ແຮງ​ຕໍ່​ເຫດ​ການ​ຈັບ​ຄຸ້ມ​ຂັງ​ຕົວ​ປະ​ກັນ​ ຍີ່​ປຸ່ນ 2 ຄົນ ແລະ ຢືນ​ຢັນ​ວ່າ ບັນ​ດາ​ການ​ກະ​ທຳ​ດັ່ງ​ກ່າວ​ແມ່ນ ລະ​ເມີດ​ທຸກ​ຄຸ​ນ​ຄ່າ​ຄຸ​ນ​ສົມ​ບັດ ແລະ ມະ​ນຸດ​ສະ​ທຳ.

 

ຂ່າວ/ບົດ​ອື່ນ