ປະລິມານກ່ຳປັ່ນທະເລຕ່າງປະເທດມາຜ່ານທ່າກ່ຳປັ່ນຫວຽດນາມ ຖືກຫຼຸດລົງຍ້ອນໂລກລະບາດໂຄວິດ-19

(VOVWORLD) -ກ່ຳປັ່ນພາຍໃນປະເທດແຈ້ງລະບຽບພາສີຜ່ານຊາຍແດນບັນລຸກວ່າ 5.300 ຖ້ຽວ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ປະລິມານກ່ຳປັ່ນທະເລຕ່າງປະເທດມາຜ່ານທ່າກ່ຳປັ່ນຫວຽດນາມ ຖືກຫຼຸດລົງຍ້ອນໂລກລະບາດໂຄວິດ-19 - ảnh 1ເລື່ອງກ່ຳປັ່ນຕ່າງປະເທດມາທຽບທ່າຢູ່ ຫວຽດນາມ ຖືກຫຼຸດລົງແມ່ນຍ້ອນໂລກລະບາດໂຄວິດ-19
(ພາບປະກອບ: TTXVN)

ກົມການເດີນທະເລຫວຽດນາມ ຫາກໍ່ໃຫ້ຮູ້ວ່າ: ໃນ 2 ເດືອນຕົ້ນປີ 2021, ກ່ຳປັ່ນຕ່າງປະເທດແຈ້ງມາທຽບທ່າຜ່ານຢູ່ທ່າກ່ຳປັ່ນຂອງຫວຽດນາມ ຄິດສະເລ່ຍບັນລຸ 4.900 ຖ້ຽວ, ຫຼຸດລົງ 6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020. ໃນຂະນະນັ້ນ, ກ່ຳປັ່ນພາຍໃນປະເທດແຈ້ງລະບຽບພາສີຜ່ານຊາຍແດນບັນລຸກວ່າ 5.300 ຖ້ຽວ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ເລື່ອງກ່ຳປັ່ນຕ່າງປະເທດມາທຽບທ່າຢູ່ ຫວຽດນາມ ຖືກຫຼຸດລົງແມ່ນຍ້ອນໂລກລະບາດໂຄວິດ-19. ເຖິງວ່າກ່ຳປັ່ນຕ່າງປະເທດທັງໝົດຖືກຫຼຸດລົງກໍ່ຕາມ, ແຕ່ປະລິມານສິນຄ້າສົ່ງອອກ-ນຳເຂົ້າ (ໂດຍກ່ຳປັ່ນຕ່າງປະເທດຮັບຜິດຊອບປະມານ 90%) ຜ່ານທ່າກ່ຳປັ່ນຂອງຫວຽດນາມ ຍັງຮັກສາລະດັບການເຕີບໂຕດີພໍສົມຄວນ. ໃນ 2 ເດືອນຕົ້ນປີ 2021, ສິນຄ້າສົ່ງອອກ-ນຳເຂົ້າຜ່ານທ່າກ່ຳປັ່ນຂອງຫວຽດນາມ ແມ່ນບັນລຸກວ່າ 35 ລ້ານໂຕນ, ເພີ່ມຂຶ້ນ 14%.

ຕອບກັບ

ຂ່າວ/ບົດ​ອື່ນ