ປາແລດສະຕີນກ່າວເຕືອນອາດຈະຢຸດຕິການເປັນພັນທະມິດກັບຮາມາດ

ປາແລດສະຕີນກ່າວເຕືອນອາດຈະຢຸດຕິການເປັນພັນທະມິດກັບຮາມາດ - ảnh 1
ທ່ານ​ປະທານາທິບໍດີ ປາ​ແລດ​ສະ​ຕີນ Mahmud Abbas
(ພາບ: vtv.vn)

(vovworld) – ​​ ວັນ​ທີ 7/9, ທ່ານ​ປະທານາທິບໍດີ ປາ​ແລດ​ສະ​ຕີນ Mahmud Abbas ກ່າວ​​ເຕືອນ​ອາດຈະຢຸດຕິ​ຂໍ້​ຕົກລົງ​ພັນທະ​ມິດ​ກັບ​ຂະ​ບວນການ ອິດ​ສະ​ລາມ ຮາ​ມາດ ຖ້າ​ຫາກ​ຂະ​ບວນການ​ນີ້​ບໍ່​ອະນຸຍາດ​ໃຫ້​ລັດຖະບານ​ເຄື່ອນ​ໄຫວ​ຢ່າງ​ຄົບ​ຖ້ວນ​ຢູ່​ເຂດ ກາ​ຊາ. ຕາມ​ຂໍ້​ຕົກລົງ​ໄກ່​ເກ່ຍ​ປອງ​ດອງ​ທີ່​ໄດ​້ຮັບ​ການ​ລົງ​ນາມ​ໃນ​ເດືອນ 4 ຜ່ານ​ມາ, ບັນດາ​ຝ່າຍ ຢູ່ ປາ​ແລດ​ສະຕີ​ນ ​ເຫັນ​ດີ​ເປັນ​ເອກະສັນ​ສ້າງ​ຕັ້ງ​ລັດຖະບານ​ເອກະ​ພາບ​ຊົນ​ຊາດ, ຢຸດຕິ 7 ປີ​ແຫ່ງ​ການ​ແບ່ງ​ແຍກ​ກັນ​ລະຫວ່າງ​ຂະ​ບວນການ​ Fatah ຢູ່​​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​​ຈໍ​ແດນ ​ແລະ ຂະ​ບວນການ ຮາ​ມາດ ຢູ່​ເຂດ ກາຊາ. ຄະນະ​ລັດຖະບານ​ໃໝ່, ມີ​ສຳນັກງານ​ຕັ້ງ​ຢູ່ Ramallad ​ໄດ້, ສາບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 2/6, ພາຍຫຼັງ​ລັດຖະບານ ຮາ​ມາດ​ຢູ່​ເຂດ ກາຊາ ລາ​ອອກຈາກ​ຕຳ​ແໜ່​ງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຮາ​ມາ​ດ ຍັງ​ແມ່ນ​ກຳລັງ​ກຳ​ສິດອຳນາດ​​ຕົ້ນຕໍ​ຢູ່​ເຂດ​ກາຊາ.

 



ຂ່າວ/ບົດ​ອື່ນ