(VOVWORLD) -ຕາມກົມລົງທຶນຕ່າງປະເທດແລ້ວ, ບັນດາປັດໃຈສຳຄັນ ເພື່ອທຶນ FDI ສືບຕໍ່ມີທ່າດີໃນປີ 2023 ລວມມີໝາກຜົນການເຕີບໂຕເສດຖະກິດໃນປີ 2022
(ພາບປະກອບ)
|
ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຄາດວ່າ, ປີນີ້, ຫວຽດນາມ ສາມາດດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) 36 ຫາ 38 ຕື້ USD. ປີ 2022 ຜ່ານມາ, ຕົວເລກນີ້ແມ່ນເກືອບ 22,4 ຕື້ USD.
ຕາມກົມລົງທຶນຕ່າງປະເທດແລ້ວ, ບັນດາປັດໃຈສຳຄັນ ເພື່ອທຶນ FDI ສືບຕໍ່ມີທ່າດີໃນປີ 2023 ລວມມີໝາກຜົນການເຕີບໂຕເສດຖະກິດໃນປີ 2022; ຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ສ້າງຄວາມໄວ້ເນື້ອເຊື່ອໃຈກັບນັກລົງທຶນ; ຂຸດຄົ້ນທ່າແຮງຈາກບັນດາສັນຍາການຄ້າເສລີຢ່າງມີປະສິດທິຜົນ. ກະຊວງແຜນການ ແລະ ການລົງທຶນ ໄດ້ຍື່ນສະເໜີຕໍ່ລັດຖະບານ ຍຸດທະສາດຮ່ວມມືຕ່າງປະເທດ. ຕາມແຜນການ, ປີ 2023, ກໍ່ຄືໄລຍະ 2021 – 2030 ຈະດຶງດູດໂຄງການເຕັກໂນໂລຊີສູງ, ຄຸມຄອງທັນສະໄໝ, ມູນຄ່າເພີ່ມສູງ ແລະ ມີການກະທົບແຜ່ຂະຫຍາຍຢ່າງຕັ້ງໜ້າ, ເຊື່ອມຕໍ່ລະບົບຜະລິດ ແລະ ສະໜອງທົ່ວໂລກ. ຄຽງຂ້າງນັ້ນ, ຕ້ອງສ້າງ ແລະ ພັດທະນາບັນດາສູນປ່ຽນແປງໃໝ່ປະດິດຄິດສ້າງ, ສູນການເງິນ ບັນລຸລະດັບພາກພື້ນ ແລະ ສາກົນ, ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມໃຫ້ໄລຍະຕໍ່ໆໄປ.