ພາບປະກອບ:vov
|
(vovworld)- ວັນທີ 1/12, ຢູ່ນະຄອນ ຮ້າລອງ ແຂວງ ກວ໋າງນີງ, ກະຊວງພາຍໃນ ແລະ ກອງທຶນປະຊາກອນ ສປຊ ປະຈຳຫວຽດນາມ ໄດ້ສົມທົບຈັດຕັ້ງກອງປະຊຸມສຳມະນາຮັບເອົາຄຳເຫັນປະກອບໃສ່ຮ່າງບົດລາຍງານແຫ່ງຊາດກ່ຽວກັບຊາວຫນຸ່ມ ຫວຽດນາມ. ທ່ານ ຫວູດັງມີງ, ຫົວຫນ້າກົມວຽກງານຊາວຫນຸ່ມ ໃຫ້ຮູ້ວ່າ: ບົດລາຍງານແຫ່ງຊາດກ່ຽວກັບຊາວຫນຸ່ມ ຫວຽດນາມ ຄັ້ງທຳອິດ ດ້ວຍຈຸດໝາຍຕີລາຄາສະພາບຄວາມຈິງການສຶກສາ, ວຽກເຮັດງານທຳ, ສາທາລະນະສຸກ ຂອງຊາວຫນຸ່ມ ແລະ ສຳຫລວດກວດກາບັນດານະໂຍບາຍກ່ຽວຂ້ອງເພື່ອຍົກອອກຂໍ້ສະເຫນີໃຫ້ແກ່ວຽກງານວາງແຜນກຳນົດນະໂຍບາຍ. ທ່ານນາງ Ritsu Nacken, ຮອງຫົວຫນ້າຫ້ອງການຜູ້ຕາງຫນ້າກອງທຶນປະຊາກອນ ສປຊ ປະຈຳຫວຽດນາມ (UNFPA) ຕີລາຄາວ່າ: ຫວຽດນາມ ພວມໃນໄລຍະຈຳນວນພົນລະເມືອງຫນຸ່ມກວມເອົາສ່ວນຫລາຍ ດ້ວຍອັດຕາສ່ວນຊາວຫນຸ່ມເຍົາວະຊົນຫລາຍກວ່າໝູ່ໃນປະຫວັດສາດ, ຜູ້ມີອາຍຸ 10-24 ກວມອັດຕາສ່ວນ ເກືອບ 40% ຈຳນວນພົນລະເມືອງ ແລະ ຄາດວ່າ ໄລຍະນີ້ຈະແກ່ຍາວຮອດປີ 2040. ນີ້ແມ່ນກາລະໂອກາດດີເພື່ອໃຫ້ຫວຽດນາມ ສາມາດພັດທະນາເສດຖະກິດສັງຄົມ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງປະເທດຊາດ ດ້ວຍການຍູ້ແຮງບົດບາດຂອງກຳລັງຊາວຫນຸ່ມ.