ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢ້ຽມຢາມ3ປະເທດອາຊີຕາເວັນອອກສ່ຽງເໜືອແລະຫວຽດນາມ
(ພາບປະກອບ: spacenews.com)
(vovworld) - ວັນທີ 02/07, ຫ້ອງການໂຄສົກກະຊວງການຕ່າງປະເທດອາເມລິກາ ໄດ້ອອກແຈ້ງການໃຫ້ຮູ້ວ່າ, ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ຮັບຜິດຊອບການເຄົາລົບ, ສຳຫຼວດກວດກາ ແລະ ຄອບຄຸ້ມອາວຸດ Frank Rose ຈະໄປປະຕິບັດງານເຖິງ 4 ປະເທດອາຊີ ລວມມີ: ຈີນ, ສ.ເກົາຫຼີ, ຫວຽດນາມ ແລະ ຍີ່ປຸ່ນ ເປັນເວລາ 12 ວັນ. ເລີ່ມແຕ່ວັນທີ 05/07. ຈຸດປະສົງຂອງການຢ້ຽມຢາມ ແມ່ນເພື່ອປຶກສາຫາລືກັບວົງການທີ່ມີສ່ວນກ່ຽວຂ້ອງ ຂອງບັນດາປະເທດກ່ຽວກັບຂົງເຂດຄວາມປອດໄພອາວະກາດ, ປ້ອງກັນລູກສອນໄຟ, ຄວບຄຸ້ມອາວຸດ ແລະ ບັນດາຫົວຂໍ້ກ່ຽວກັບການປ້ອງກັນຄວາມສະຫງົບ 2 ຝ່າຍ ແລະ ຫຼາຍຝ່າຍ. ທ່ານ Frank Rose ຈະໄປຢ້ຽມຢາມປັກກິງ ແຕ່ວັນທີ 06 – 09/07, ຢ້ຽມຢາມສ.ເກົາຫຼີ ແຕ່ວັນທີ 09 – 10/07, ຢ້ຽມຢາມຫວຽດນາມ ແຕ່ວັນທີ 13 – 14/07, ສຸດທ້າຍແມ່ນຢ້ຽມຢາມຍີ່ປຸ່ນ.